ຕອນທີ່: ພຣະພຸດທະເຈົ້າອອກບວດ
ຄ່ຳຄືນກ່ອນທີ່ເຈົ້າຊາຍສິດຖັດທະຈະອອກຈາກວັງຫຼວງ
ແສງທຽນເລືອນລາງທ່າມກາງຄວາມຫວຽບສະຫງົບຂອງພຣະຣາຊວັງໃຫຍ່ໃນຫ້ອງພຣະຣາຊກຸມານ
ສາຍລົມໜາວພັດຜ່ານປະຕູເກີດອອກ ເຈົ້າຊາຍໜຸ່ມນັ່ງນິ້ງ ທ່າມກາງຄວາມເຈັບປວດໃນໃຈທີ່ບໍ່ມີໃຜເຂົ້າໃຈໄດ້
ຊີວິດທັງຊີວິດທີ່ຖືກອ້ອມຮອບດ້ວຍທອງຄຳ ແລະ ເຄື່ອງປະດັບ ແຕ່ຫົວໃຈກັບເຈັບປວດຈາກຄວາມທຸກທີ່ຢູ່ພາຍໃຕ້ຄວາມສຸກປອມໆ ເພິ່ນເຫັນຄວາມແກ່ ຄວາມເຈັບ ແລະ ຄວາມຕາຍທີ່ບໍ່ອາດໜີພຸ້ນ
ໂລກພາຍນອກນັ້ນປ່ຽນໄປ ໃນທຸກນາທີແລະ ຄວາມຈິງນັ້ນກະທົບໃຈຈົນເກືອບແຕກສະລາຍ
ຄືນທີ່ທຸກສິ່ງງຽບສະຫງັດ ເຈົ້າຊາຍສິດຖັດທະຕັດສິນໃຈ
ອອກຈາກວັງຫຼວງອອກເດີນທາງຕາມຫາຄວາມຈິງແທ້ຂອງຊີວິດ ພ້ອມດາບສັ້ນທີ່ຕິດໂຕ ແລະ ໃຈທີ່ໜັກແໜ້ນດັ່ງພູເຂົາ
ພຣະອົງຄ່ອຍໆຍ່າງຜ່ານປະຕູພຣະຣາຊວັງ ແລະ ຫຼຽວເບິ່ງຄັ້ງສຸດທ້າຍກັບບ່ອນທີ່ເຄີຍເຫັນບ່ອນຢູ່ອາໄສ
ນ້ຳຕາແຫ່ງຄວາມເຈັບປວດກໍ່ໄຫຼລິນຜ່ານແກ້ມທັງສອງ
ເພາະເຖິງແມ່ນສິຈາກມາເພື່ອສະແຫວງຫາຄວາມຫຼຸດພົ້ນ ແຕ່ກໍ່ຮູ້ດີວ່າສິ່ງທີ່ຖິ້ມໄວ້ເບື້ອງຫຼັງນນັ້ນ ບໍ່ແມ່ນພຽງຊີວິດໃນວັງ ແຕ່ຄື ຄວາມຮັກ ຄວາມຜູກພັນ ແລະ ຄວາມຫວັງຂອງພຣະບິດາ ພຣະມານດາ ແລະ ປະຊາຊົນທັງປວງ
ຄືນທີ່ເຈົ້າຊາຍສິດຖັດທະເດີນເຂົ້າສູ່ຄວາມມືດມົນຂອງໂລກພາຍນອກ
ເປັນຄືນທີ່ຄວາມຫວັງແລະຄວາມເສົ້າປະສານກັນຢ່າງບໍ່ມີທີ່ສິ້ນສຸດ
ສຽງຫົວໃຈຂອງພຣະອົງດັງຄືລະຄັງໜ່ວຍໃຫຍ່ ທີ່ຈະຕ້ອງສະກົດທຸກທັງມວນໃຫ້ດັບໄປ
ເຈົ້າຊາຍຜູ້ຊົງລະຖິ້ມທຸກຢ່າງເພື່ອຕາມຫາທາງແຫ່ງຄວາມຈິງ
ເທິງເສັ້ນທາງແຫ່ງການບັນລຸເຖິງນິພານທີ່ຍິ່ງໃຫຍ່ແລະກວ້າງໄກ
ເຖິງແມ່ນລົມຫາຍໃຈສິໜັກໜ່ວງ ແຕ່ພຣະອົງບໍ່ເຄີຍຫັນຫຼັງກັບ
ຄືນແຫ່ງຄວາມໂສກເສົ້າແລະຄວາມກ້າຫານນັ້ນຈະຖືກຈາລຶກໃນໃຈຂອງຄົນທົ່ວໂລກຈະຫຼອດໄປ
ວ່າພຣະອົງຄືຜູ້ຍິ່ງໃຫຍ່ ທີ່ກ້າຫານພໍຈະສະລະທຸກສິ່ງ ເພື່ອຄວາມສະຫງົບສຸກຂອງສັບພະຊີວິດ
Scene: The Buddha’s Renunciation
The night before Prince Siddhartha left the palace…
The flickering candlelight barely illuminated the vast silence of the royal chambers.
In the prince’s room, a cold breeze drifted softly through the half-open door.
The young prince sat quietly, burdened with a sorrow no one else could understand.
A life surrounded by gold and jewels,
Yet beneath the surface of this false happiness lay a heart heavy with pain.
He had seen old age, sickness, and death—inevitable truths no one could escape.
The outside world changed with every passing moment, and these harsh realities shattered his soul.
In that silent night, the prince made his decision—
To leave the palace and walk the path to seek the true meaning of life.
With a short sword in hand and a heart weighed down like a mountain,
He stepped quietly through the palace gates, casting one last glance at the home he once knew.
Tears of deep sorrow streamed down his pale cheeks,
For though he left in search of liberation, he knew he was leaving behind more than just royal life…
He left behind love, bonds, and the hopes of his father, mother, and all the people.
That night, as Prince Siddhartha entered the dark unknown beyond,
Hope and grief intertwined in an endless embrace.
His heart echoed like a great bell—one destined to silence all suffering.
The prince who dared to give up everything to seek the path of truth,
On the journey toward the great and glorious enlightenment,
Though his breath was heavy, he never looked back.
That night of solitude and courage
Would be forever etched in the hearts of people across the world,
For he was the great one, brave enough to renounce all things for the peace of all beings.


No comments:
Post a Comment