ຕອນ:ພຣະພຸດທະເຈົ້າຊົງໂປດພຣະບິດາ (ພຣະເຈົ້າສຸດໂທທະນະ) ກ່ອນສິ້ນພຣະຊົນ
ເມື່ອພຣະພຸດທະເຈົ້າຕັດສະຮູ້ແລ້ວ ໄດ້ສະເດັດມາຍັງກຸງກະບິນລະພັດຄັ້ງທຳອິດເພື່ອໂປດພຣະປະຍູຣະຍາດ ພຮະອົງໄດ້ຊົງສະແດງທັມແກ່ພຣະເຈົ້າສຸດໂທທະນະ ຜູ້ເປັນພຣະບິດາ ລວມເຖິງພຣະຍາດຕິວົງຈຳນວນຫຼາຍ ຈົນເກີດຄວາມເລື້ອມໃສ ແລະ ຕໍ່ມາໄດ້ບວກຍາດພີ່ນ້ອງຈຳນວນຫຼາຍ ເຊັ່ນພຣະອານົນ ພຣະອານຸຣຸດທະ ພຣະພັດທິຍາ ແລະ ພຣະນັນທະ
ຕໍ່ມາໃນຊ່ວງທ້າຍຂອງພຣະເຈົ້າສຸດໂທທະນະ ພຣະອົງປ່ວຍໜັກ ແລະ ຮູ້ວ່າຄວາມຕາຍໃກ້ເຂົ້າມາ ພຣະພຸດທະເຈົ້າຈຶ່ງສະເດັດມາຢ້ຽມພຣະບິດາທີ່ກຳລັງອາພາດ ແລະ ສະແດງທັມໂປດຢ່າງລຶກຊຶ້ງ ເພື່ອໃຫ້ບິດາເຂົ້າໃຈໃນສັດຈະທັມ
ເມື່ອຊົງສະດັບທັມແລ້ວ ພຣະເຈົ້າສຸດໂທທະນະບັນລຸເປັນ ພຣະອໍລະຫັນ ຂະນະຍັງມີພຣະຊົນຊີບຢູ່ ແຕ່ບໍ່ດົນຫຼັງຈາກນັ້ນພຣະອົງກໍ່ສິ້ນພຣະຊົນ ດັບຂັນປະຣິນິພານ ໃນຖານະພຣະອໍລະຫັນຕະສັມມາບຸກຄົນ
ນີ້ນັບເປັນກໍລະນີພິເສດ ກະສັດຜູ້ສູງສັກໄດ້ບັນລຸທັມຊັ້ນສູງສຸດກ່ອນສິ້ນຊີວິດ ດ້ວຍພຣະພຸດທະອົງຊົງມີພຣະເມດຕາ ໂປດຜູ້ມີພຣະຄຸນຢ່າງລຶກຊຶ້ງ
ຄະຕິທັມຄຳສອນ
ກະຕັນຍູຮູ້ຄຸນບິດາມານດາ ເຖິງແມ່ນພຣະພຸດທະເຈົ້າ ຍັງຊົງລະນຶກເຖິງພຣະຄຸນຂອງພຣະບິດາ ແລະ ສະເດັດມາໂປດເມື່ອພຣະບິດາປ່ວຍໜັກ
- ທັມມະຊ່ວຍໃຫ້ໃຈສະຫງົບເມື່ອໃກ້ຕາຍ ພຣະເຈົ້າສຸດໂທທະນະ ເຖິງເຊິ່ງປະຣິນິພານດ້ວຍການຟັງທັມເມື່ອຈິດບໍ່ເສົ້າໝອງ
- ທັມມະບໍ່ມີຈຳກັດໄວຫຼືສະຖານະ ເຖິງເປັນກະສັດຜູ້ປົກຄອງເມືອງ ຫາກມີສັດທາແລະເປີດໃຈ ກໍ່ສາມາດບັນລຸທັມໄດ້
ການຟັງທັມກ່ອນຕາຍ ຄືວາດສະໜາອັນຍິ່ງໃຫຍ່ ເພາະເຮັດໃຫ້ຈິດສະຫງົບ ບໍ່ຫຼົງໄປໃນອະບາຍ ແລະ ອາດເຂົ້າເຖິງນິພານ
The Buddha Visits and Enlightens His Ailing Father
After His Enlightenment, the Buddha returned to Kapilavatthu, His homeland, to visit His family. During that time, He taught the Dhamma to many of His royal relatives, including King Suddhodana, His father. Many royal family members became monks and nuns, including Ānanda, Anuruddha, Nanda, and others.
Later in life, King Suddhodana fell gravely ill. Realizing that his end was near, the Buddha visited His ailing father and compassionately preached the profound Dhamma. Through His teaching, King Suddhodana attained Arahantship—the highest state of enlightenment.
Shortly after his attainment, the King passed away peacefully, attaining final Nibbāna (Parinibbāna). This event is extraordinary, as it shows a powerful and noble king attaining spiritual liberation at the end of his life due to the compassionate presence and teaching of the Buddha.
Teachings and Reflections
Filial piety is a noble virtue: Even as the Buddha, He never forgot the kindness of His father and came personally to offer spiritual guidance in his final days.
Dhamma brings peace even at death’s door: King Suddhodana reached liberation through listening to Dhamma on his deathbed—his mind freed from clinging and fear.
Enlightenment is open to all: Regardless of social class or age, the Dhamma can be realized by anyone with faith and a receptive heart.
Hearing the Dhamma at life’s end is a great blessing: It leads the mind to peace, away from suffering and rebirth.


No comments:
Post a Comment