ສາສະໜາພຸດ - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Sunday, December 29, 2024

ສາສະໜາພຸດ




ພຸດທະສາສະໜາ (Buddhism)

ພຸດທະສາສະໜາ (Buddhism) ເປັນສາສະໜາທີ່ມີຕົ້ນກຳເນີດໃນປະເທດອິນເດຍ ເມື່ອປະມານ 2,500 ປີທີ່ແລ້ວ
ໂດຍຜູ້ກໍ່ຕັ້ງຄືພຣະພຸດທະເຈົ້າ ຫຼື ພຣະສັມມາສັມພຸດທະເຈົ້າ ສົມເດັດພຣະສັມມາສັມພຸດທະເຈົ້າ ພຣະອົງໄດ້ຕັດສະຮູ້ທີ່ເອີ້ນວ່າ "ນິພານ"  ຫຼື ການພົ້ນຈາກທຸກ 
ຫຼັກຄຳສອນສຳຄັນຂອງສາສະໜາພຸດຄື  ອາຣິຍະສັດ4 (Four Noble Truths) ເຊິ່ງປະກອບດ້ວຍ

ຄຳສອນສຳຄັນອື່ນໆໄດ້ແກ່ 
- ການຝຶກປະຕິບັດເພື່ອບັນລຸ ສະມາທິ (Meditation) ແລະ ການພັດທະນາ ສະຕິ (Mindfulness) 
- ໄຕຣລັກ (Three Marks of Existence): ທຸກສິ່ງເປັນອານິດຈັງ (Impermanence), ທຸກສິ່ງເປັນທຸກ (Suffering), ແລະທຸກສິ່ງເປັນອານັດຕາ(Non-self) 
Buddhism is a religion that originated in India about 2,500 years ago, founded by Siddhartha Gautama, who is known as the Buddha. The core teachings of Buddhism are centered around the 

Four Noble Truths

The **Eightfold Path** includes practices like right understanding, right speech, right action, right mindfulness, and right concentration, aimed at achieving enlightenment and the cessation of suffering.
**Other important teachings include**:  
- The practice of **meditation** (for cultivating mindfulness and concentration).  
- The concept of **Impermanence (Anicca)**, **Suffering (Dukkha)**, and **Non-Self (Anatta)**, which are fundamental aspects of all existence in Buddhist philosophy.
 



ທັມມະຈັກ

ໂລໂກ້ ພຣະພຸດທະສາສະໜາ"Buddhist Logo"


     ພຸດທະສາສະໜາ (ບາລີ ພຸດທະສາສະໜາ ສັນສະກຣິດ बुद्धशासना) ພຸດທະສາສະໜາ ເປັນສາສະໜາ 
ອະເທວະນິຍົມ ທີ່ມີອາຍຸກວ່າ 2500 ປີ ມີຜູ້ຮັບຖືເປັນອັນດັບ 4 ຂອງໂລກ ສ່ວນໃຫຍ່ອາໄສຢູ່ໃນທະວີບເອເຊຍ 
ໂດຍມີພຣະໂຄດົມພຸດທະເຈົ້າເປັນສາສະດາ ມີພຣະທັມທີ່ພຣະອົງຕຣັດສະຮູ້ຊອບໂດຍພຣະອົງເອງ ແລະ ຕຣັດສອນໄວ້ເປັນຫຼັກຄຳສອນສຳຄັນ ມີພຣະສົງ (ພິກຂຸ ພິກຂຸນີ) ສາວົກຜູ້ຕັດສິນໃຈອອກບວດເພື່ອສຶກສາປະຕິບັດຕົນຕາມຄຳສັ່ງສອນ (ທັມມະ-ວິນໄນ) ຂອງພຣະບໍລົມມະສາສະດາ ເພື່ອບັນລຸຈຸດໝາຍ ຄື "ນິພານ"ແລະສືບທອດຄຳສອນຂອງພຣະບໍລົມມະສາສະດາ ລວມກັນເອີ້ນວ່າ: "ພຣະຣັດຕະນະໄຕຣ" ນອກຈາກນີ້ໃນພຸດທະສາສະໜາ  ຍັງປະກອບຄຳສອນສຳຫຼັບການດຳລົງຊີວິດທີ່ດີງາມ  ສຳຫຼັບຜູ້ທີ່ຍັງບໍ່ອອກບວດ (ຄະລືຫັດ-ອຸບາສົກ-ອຸບາສີກາ) ເຊິ່ງຫາກລວມປະເພດບຸກຄົນທີ່ນັບຖື ແລະ ປະຕິບັດຕາມຄຳສັ່ງສອນຂອງພຣະບໍລົມມະສາສະດາແລ້ວ ຈຳແນກໄດ້ 4 ປະເພດ ຄື: ພິກຂຸ-ພິກຂຸນີ-ອຸບາສົກ-ອຸບາສີກາ  ຫຼື ເອີ້ນວ່າ: ພຸດທະບໍລິສັດ4 
    ສາສະໜາພຸດເປັນສາສະໜາອະເທວະນິຍົມ ປະຕິເສດການມີຢູ່ຂອງພຣະຜູ້ເປັນເຈົ້າ ຫຼື ພຣະຜູ້ສ້າງ ແລະ ເຊື່ອໃນສາກະຍະພາບຂອງມະນຸດ ວ່າທຸກຄົນສາມາດພັດທະນາຈິດໃຈ ໄປສູ່ຄວາມເປັນມະນຸດທີ່ສົມບູນໄດ້ ດ້ວຍຄວາມພຽນຂອງຕົນເອງ ກ່າວຄື: ສາສະໜາພຸດສອນໃຫ້ມະນຸດບັນການຊີວິດຂອງຕົນເອງ ດ້ວຍຜົນແຫ່ງການກະທຳຂອງຕົນເອງ ຕາມກົດແຫ່ງກັມ ບໍ່ໄດ້ມາຈາກການຂໍອ້ອນວອນພຣະເຈົ້າ ແລະ ສິ່ງສັກສິດນອກກາຍ ຄື: ໃຫ້ເພິ່ງຕົນເອງ ເພື່ອພາຕົນເອງອອກຈາກກອງທຸກ ມີຈຸດມຸ້ງໝາຍຄື: ການສອນໃຫ້ມະນຸດຫຼຸດພົ້ນຈາກຄວາມທຸກທັງປວງໃນໂລກ ດ້ວຍວິທີການສ້າງປັນຍາ ໃນການຢູ່ກັບຄວາມທຸກຢ່າງຮູ້ເທົ່າທັນຕາມຄວາມເປັນຈິງ ວັດຖຸປະສົງສູງສຸດຂອງພຸດທະສາສະໜາ ຄື: ການຫຼຸດພົ້ນຈາກຄວາມທຸກທັງປວງ ແລະ ວັດຕະຈັກການວຽນວາຍຕາຍເກີດ ເຊັ່ນດຽວກັນກັບທີ່ພຣະສາສະດາ ຊົງຫຼຸດພົ້ນໄດ້ດ້ວຍປັນຍາ ແລະ ຄວາມພຽນຂອງພຣະອົງເອງ ໃນຖານະທີ່ພຣະອົງກໍ່ເປັນມະນຸດບໍ່ໄດ້ເປັນເທບພຣະເຈົ້າ ຫຼື ທູດຂອງພຣະເຈົ້າອົງໃດ 

ພຣະພຸດທະເຈົ້າ ພຣະອົງປັດຈຸບັນຄື: "ພຣະໂຄດົມພຸດທະເຈົ້າ" ມີພຣະນາມເດີມວ່າ: ເຈົ້າຊາຍສິດຖັດທະ ໄດ້ຊົງເລີ່ມອອກເຜີຍແຜ່ຄຳສອນໃນຊົມພູທະວີບ ຕັ້ງແຕ່ສະໄໝພຸດທະການ ແຕ່ຫຼັງປະຣິນິພານຂອງພຣະພຸດທະເຈົ້າ ພຣະທັມມະວິນັຍທີ່ພຣະອົງຊົງສັ່ງສອນ ໄດ້ຖືກລວບລວມເປັນໝວດໝູ່ດ້ວຍການ "ສັງຄະຍະນາ" ຈົນມີການລວບລວມຂຶ້ນເປັນພຣະໄຕຣປິດົກ ເຊິ່ງເປັນຫຼັກການສຳຄັນທີ່ບໍ່ມີການປ່ຽນແປງມາຕະຫຼອດຂອງຝ່າຍເຖຣະວາດ ທີ່ຍຶດບໍ່ຍອມປ່ຽນແປງຄຳສັ່ງສອນຂອງພຣະພຸດທະເຈົ້າ  ແຕ່ໃນການສັງຄະຍະນາພຣະທັມມະວິນັຍຄັ້ງທີ່ສອງ  ໄດ້ເກີດແນວຄິດທີ່ເຫັນຕ່າງອອກໄປວ່າ: ພຣະທັມມະວິໄນສາມາດປ່ຽນແປງປັບປຸງໄດ້ຕາມການເວລາ ແລະສະຖານະການເພື່ອຄວາມຢູ່ຫຼອດແຫ່ງສາສະໜາພຸດ ແນວຄິດດັ່ງກ່າວຈຶ່ງໄດ້ເລີ່ມກໍ່ຕົວຂຶ້ນ ແລະ ແຕກສາຍອອກໄປເປັນນິກາຍໃໝ່ ໃນຊື່ວ່າ "ມະຫາຍານ" ທັງສອງນິກາຍໄດ້ແຕກນິກາຍຍ່ອຍໄປອີກ ແລະ ເຜີຍແຜ່ອອກໄປທົ່ວດິນແດນເອເຊຍ ແລະ ໃກ້ຄຽງຍັງໄປແຕກອອກໄປເປັນ "ນິກາຍວັດຊະຣະຍານ" ເປັນອີກນິກາຍໜຶ່ງ ແຕ່ບາງຄົນກໍ່ວ່າເປັນສ່ວນໜຶ່ງຂອງ ນິກາຍມທະຫາຍານ ແຕ່ການຈັດຫຼາຍກວ່ານັ້ນກໍ່ມີ ຫຼັກພື້ນຖານສຳຄັນຂອງປະຕິດຈະສະມຸປະບາດເປັນພຽງຫຼັກດຽວ ທີ່ເປັນຄຳສອນຮ່ວມກັນຂອງຄະຕິພຸດ ປັດຈຸບັນພຸດທະສາສະໜາໄດ້ເຜີຍແຜ່ໄປທົ່ວໂລກ ໂດຍມີຈຳນວນຜູ້ນັບຖືສ່ວນຢູ່ໃນທະທີບເອເຊຍ ທັງໃນເອເຊຍກາງ ແລະ ເອເຊຍຕາເວັນອອກສຽງໃຕ້ ປັດຈຸບັນພຸດທະສາສະໜາມີຜູ້ນັບຖືກະຈາຍໄປທົ່ວໂລກປະມານ 700 ລ້ານຄົນ ໂດຍມີຜູ້ນັບຖືໃນຫຼາຍປະເທດ ສາສະໜາພຸດຈຶ່ງເປັນສາສະໜາສາກົນ 


ອົງປະກອບ
ສິ່ງເຄົາລົບສູງສຸດ

ພຣະຣັດຕະນະໄຕຣ ຄື: ສາຣະນະທີ່ເພິ່ງອັນປະເສີດໃນສາສະໜາພຸດ ສາຣະນະ ໝາຍເຖິງ ສິ່ງທີ່ໃຫ້ສາສະນິກກະຊົນຖືເອົາເປັນແບບຢ່າງ ຫຼື ໃຫ້ເອົາເປັນຕົວຢ່າງ ບໍ່ໄດ້ໝາຍຄວາມວ່າ ເມື່ອເຄົາລົບແລ້ວຈະດົນບັນດານສິ່ງຕ່າງໆ ຕາມຕ້ອງການໄດ້ ພຣະຣັດຕະນະໄຕຣນັ້ນ ປະກອບດ້ວຍອົງສາມ (ໄຕຣສາຣະນະ)ໄດ້ແກ່

    1. ພຣະພຸດທະເຈົ້າເປັນຜູ້ທີ່ບຳເພັນສັ່ງສົມບາລະມີມາຫຼາຍພົບຫຼາຍຊາດຈົນຊາດສຸດທ້າຍເປັນມະນຸດແລ້ວອາໄສຄວາມພຽນພະຍາຍາມແລະສະຕິປັນຍາ ປະຕິບັດຈົນໄດ້ບັນລຸທັມ ສິ່ງທີ່ຕ້ອງການ ຄື ທັມອັນເປັນເຄື່ອງອອກຈາກທຸກ ແລ້ວຈຶ່ງຊົງຊີ້ແນະ ຫຼື ຊີ້ທາງໃຫ້ຄົນອື່ນເຮັດຕາມ
    2. ພຣະທັມ ຄື: ຄຳສອນວ່າດ້ວຍທັມມະຊາດ ທີ່ພຣະພຸດທະເຈົ້າຊົງຄົ້ນພົບແລ້ວວ່າເຮັດໃຫ້ພົ້ນທຸກ 
    3. ພຣະສົງ ຄື: ໝູ່ຊົນ ຫຼື ຊຸມຊົນຂອງພຣະສາວົກ ບໍ່ວ່າມະນຸດ ຫຼື ເທວະດາ ທີ່ເຮັດຕາມຄຳແນະນຳຂອງພຣພຸດທະເຈົ້າແລ້ວປະສົບຜົນສຳເລັດພົ້ນທຸກຕາມພຣະພຸດທະເຈົ້າ



ສາສະດາຂອງສາສະໜາພຸດຄື ພຣະໂຄດົມພຸດທະເຈົ້າ ມີພຣະນາມເດີມວ່າ ເຈົ້າຊາຍສິດທັດຖະ ປະສູດໃນດິນແດນຊົມພູທະວີບ ຕົງກັບວັນຂຶ້ນ 15 ຄ່ຳ  ເດືອນ6 80 ປີກ່ອນ ພຸດທະສັກກສາຣາດ ຢູ່ສວນລຸ່ມ  ພິນີວັນ ເຈົ້າຊາຍສິດຖັດທະຜູ້ເປັນໂອຣົສຂອງ ພຣະເຈົ້າ  ສຸດໂທທະນະ ແລະ ພຣະນາງສິຣິມະຫາມາຍາຊົງທຳດົງຕຳແໜ່ງລັດສະທາຍາດ ຜູ້ສືບທອດບັນລັງກຸງກະບິນລະພັດແຫ່ງແຄວ້ນສັກກະ ເມື່ອພະຊົນມາຍຸ16 ພັນສາ ຊົງອະພິເສດສົມຣົສກັບ ເຈົ້າຍິງຍະໂສທາຣາ ແຫ່ງເມືອງເທວະທະຫະ ຕໍ່ມາເມື່ອພຣະຊົນມາຍຸ 29 ພັນສາ ມີພຣະໂອຣົສ 1 ພຣະອົງ ພຣະນາມວ່າ ລາຫຸນ

 ໃນປີດຽວກັນນັ້ນ ພຣະອົງໄດ້ທອດພຣະເນດເຫັນເທວະທູດທັງ 4 ຄື: ຄົນແກ່, ຄົນເຈັບ,ຄົນຕາຍ ແລະ ສາມະນະ ຈຶ່ງໄດ້ຕັດສິນພຣະທັຍອອກບວດເປັນສາມະນະ ເພື່ອສະແຫວງຫາ ຄວາມຫຼຸດພົ້ນຈາກທຸກ ຄື ຄວາມແກ່ ຄວາມເຈັບ ແລະ ຄວາມຕາຍ ໃນປີນັ້ນ ຢູ່ແຄມຝັ່ງແມ່ນ້ຳອະໂນມານະທີ ແລະ ຫຼັງອອກບວດມາໄດ້ 6 ພັນສາ ຊົງປະກາດການຄົ້ນພົບວ່າ ການຫຼຸດພົ້ນຈາກທຸກເຮັດໄດ້ດ້ວຍການເຝິກຈິດ ດ້ວຍການຈະເລີນສະຕິ ປະກອບດ້ວຍສິນ ສະມາທິ ແລະ ປັນຍາ ຈົນສາມາດຮູ້ທຸກສິ່ງຕາມຄວາມເປັນຈິງວ່າ ເປັນທຸກເພາະທຸກສັບພະສິ່ງບໍ່ສົມບູນ ບໍ່ແນ່ນອນ ແລະ ບັງຄັບໃຫ້ເປັນດັ່ງໃຈບໍ່ໄດ້ ຈົນບໍ່ເຫັນສິ່ງໃດຄວນຍຶດໝັ້ນຖືໝັ້ນ ຈຶ່ງຫຼຸດພົ້ນຈາກກິເລດທັງປວງ ຈົນໄດ້ບັນລຸພຣະອະນຸຕະຣະສັມມາສັມໂພທິຍານ ຄື: ການຕັດສະຮູ້ ອະຣິຍະສັຈ​4 ຂະນະນັ້ນມີພຣະຊົນມາຍຸໄດ້ 35 ພັນສາ ຢູ່ໃຕ້ຕົ້ນສີມະຫາໂພ ໝູ່ບ້ານອຸລຸເວລາເສນານິຄົມ ຈາກນັ້ນພຣະອົງໄດ້ອອກປະກາດສິ່ງທີ່ພຣະອົງຕັດສະຮູ້ ຕະຫຼອດພຣະຊົນຊີບ ເປັນເວລາກວ່າ 45 ພັນສາ ເຮັດໃຫ້ສາສະໜາພຸດດຳລົງໝັ້ນຄົງໃນຖານະສາສະໜາອັນດັບໜຶ່ງຢູ່ໃນຊົມພູທະວີບພາກເໜືອ ຈົນພຣະອົງໄດ້ສະເດັດດັບຂັນປະຣິນິພານ ເມື່ອພຣະຊົນມາຍຸໄດ້ 80 ພັນສາ ຢູ່ ສາລະວະໂນທະຍານ  (ໃນວັນຂຶ້ນ15 ຄ່ຳເດືອນ 6) 



ຫຼັກທັມຄຳສອນ

ຫຼັກທັມມະຄຳສອນທາງພຸດທະສາສະໜາ ໃນຍຸກກ່ອນຈະບໍ່ໄດ້ບັນທຶກເປັນລາຍລັກອັກສອນ ໃຊ້ວິທີທ່ອງຈຳ ເອີ້ນວ່າ ແບບ ມຸຂະປາຖະ ໂດຍໃຊ້ວິທີການແບ່ງໃຫ້ສົງຫຼາຍໆກຸ່ມຮັບຜິດຊອບທ່ອງຈຳໃນແຕ່ລະໜວດໝູ່ ເປັນເຄື່ອງມືຊ່ວຍໃນການຮັກສາຄວາມຖືກຕ້ອງຂອງຫຼັກຄຳສອນ ຕໍ່ມາຈົນໄດ້ເກີດອັກສອນທີ່ຂຽນຮຽນແບບສຽງເກີດຂຶ້ນມາ ເຊິ່ງສາມາດຮັກສາຄວາມຖືກຕ້ອງຂອງຄຳສອນເອົາໄວ້ໄດ້ແທນການທ່ອງຈຳແບບເກົ່າທີ່ຮັກສາຄວາມຖືກຕ້ອງບໍ່ໄດ້ແບບລະອຽດ ຈຶ່ງໄດ້ມີການຈົດບັນທຶກພຣະທັມແລະພຣະສິນັຍ  ເປັນລາຍລັກອັກສອນເປັນພາສາບາລີ ຮັກສາໄວ້ໃນຄຳພີເອີ້ນວ່າ ພຣະໄຕຣປິດົກ ເຊິ່ງສາມາດແຍກອອກໄດ້ເປັນ 3 ໝວດຫຼັກໄດ້ແກ່ 

  1. ພຣະວິນັບປິດົກ ວ່າດ້ວຍວິນັນຫຼື ສິນຂອງພິກຂຸ ພິກຂຸນີ 
  2. ພຣະສູດຕັນຕະປິດົກ ວ່າດ້ວຍພຣະທັມທົ່ວໄປແລະ ເລື່ອງລາວຕ່າງໆ  
  3. ພຣະອະພິທັມ ວ່າດ້ວຍທັມມະທີ່ເປັນປະຣະມັດຖະທັມ ຫຼື ທັມມະທີ່ສະແດງເຖິງສະພາວະລ້ວນໆ ບໍ່ມີການສົມມຸດ  


ຜູ້ສືບທອດ

ຜູ້ສືບທອດໃນທາງພຸດທະສາສະໜາໄດ້ແກ່ ພຸດທະບໍລິສັດ4 ອັນໝາຍເຖິງ ພຸດທະສາສະນິກກະຊົນ ພຸດທະມາມະກະ ພຸດທະສາວົກ ອັນເປັນກຸ່ມຜູ້ຮ່ວມກັນນັບຖື ຮ່ວມກັນສຶກສາ ແລະ ຮ່ວມກັນຮັກສາພຸດທະສາສະໜາໄວ້ 

  • ຜູ້ນັບຖືສາສະໜາພຸດທີ່ໄດ້ບວດເພື່ອສຶກສາ ປະຕິບັດຕາມຄຳສອນ (ທັມມະ) ແລະຄຳສັ່ງ (ວິນັຍ) ແລະ ມີໜ້າທີ່ເຜີຍແຜ່ພຣະທັມຂອງພຣະພຸດທະເຈົ້າ ເອີ້ນວ່າພິກຂຸ ໃນກໍລະນີເປັນເພດຊາຍ ແລະ ພິກຂຸນີ ໃນກໍລະນີເປັນເພດຍິງ 
  • ສຳຫຼັບຜູ້ບວດຕັ້ງແຕ່ອາຍຸຍັງບໍ່ເຖິງເກນ 20 ປີ ຈະເອີ້ນວ່າ ສຳມະເນນ ສຳຫຼັບເດັກນ້ອນຜູ້ຊາຍ  ສາມະເນນລີ ແລະ ສິກຂະມານາ  (ສາມເນນລີທີ່ຕ້ອງບໍ່ຜິດສິນ 6 ຂໍ້ ຕະຫຼອດ 2 ປີ ) ສຳຫຼັບເດັກນ້ອຍຍິງ ລັກຊະນະການບວດສຳຫຼັບພິກຂຸ ຫຼື ພິກຂຸນີ ເອີ້ນວ່າ ການອຸປະສົມບົດ ສຳຫຼັບສາມະເນນ ຫຼື ສາມະເນນລີ ແລະ ສິກຂະມານາ ຈະເອີ້ນເປັນການ ບັນພະຊາ  
  • ຄະລືຫັດຊາຍ-ຍິງ ທີ່ນັບຖືພຸດທະສາສະໜາເອີ້ນວ່າ ອຸບາສົກອຸ ບາສີກາ 









No comments:

Post a Comment

Post Top Ad