Metta - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Sunday, December 29, 2024

Metta

ຫົວໃຈແຫ່ງເມຕຕາ” (Metta)ເປັນໜຶ່ງຄຸນນະທຳສຳຄັນໃນພຸດທະສາສະໜາທີ່ສອນໃຫ້ເຮົາຮູ້ຈັກຮັກ ແລະ ປາດຖະໜາດີຕໍ່ຜູ້ອື່ນໂດຍບໍ່ມີເງື່ອນໄຂ ເມຕຕາຄືຄວາມປາຖະໜາດີ ໃຫ້ທຸກຊີວິດມີຄວາມສຸກ ແລະ ພົ້ນຈາກທຸກ ເຊິ່ງຖືເປັນການສ້າງພື້ນຖານສຳຫຼັບຄວາມສຳພັນທີ່ດີໃນສັງຄົມ

ການຝຶກເມຕຕາສາມາເຮັດໄດ້ຜ່ານການຈະເລີນສະຕິ ແລະ ການພາວະນາ ເຊັ່ນການກ່າວຄຳວ່າ ຂໍໃຫ້ຂ້າພະເຈົ້າ ແລະ ທຸກຊີວິດມີຄວາມສຸກ” ເຊິ່ງຊ່ວຍໃຫ້ເປີດໃຈໃຫ້ກວ້າງຂຶ້ນ ແລະ ສົ່ງຜົນໃຫ້ເກີດຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນ

ໃນຊີວິດປະຈຳວັນ ເມຕຕາສາມາດສະແດງອອກໄດ້ໃນຮູບແບບຕ່າງໆເຊັ່ນການຊ່ວຍເຫຼືອໝູ່ເພື່ອນ ການຮັບຟັງປັນຫາຂອງຄົນຮອບຂ້າງ ຫຼື ການສະແດງຄວາມຮັກຄວາມປາດຖະໜາດີຕໍ່ສັດ ແລະ ເມຕຕາຍັງບໍ່ໄດ້ມີພຽງແຕ່ການສ້າງຄວາມສຸກໃຫ້ກັບຄົນອື່ນ ແຕ່ຍັງເຮັດໃຫ້ເຮົາມີຄວາມສະຫງົບ ແລະ ມີຄວາມສຸກໃນໂຕເອງເມື່ອທຸກຄົນ ມີຫົວໃຈແຫ່ງເມດຕາ ໂລກຈະເຕັມໄປດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ

ການສ້າງສັງຄົມທີ່ມີເມຕຕາ ເປັນກະແຈສຳຄັນທີ່ຈະນຳໄປສູ່ຄວາມສະຫງົບສຸກ ແລະ ຄວາມຮ່ວມມືກັນໃນສັງຄົມ

No comments:

Post a Comment

Post Top Ad