Dalai Lama - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Thursday, May 29, 2025

Dalai Lama

 


ອົງດາໄລລາມະ ທີ 14

ອົງດາໄລລາມະ ທີ 14 ຫຼື ເທັນຊິນ ກຽດໂຊ (Tenzin Gyatso) ཏཱ་ལའི་བླ་མ་ Dalai Lama ເປັນຜູ້ນຳສູງສຸດຂອງຊາວທິເບດ ຜູ້ໄດ້ຮັບການຍົກຍ້ອງຢ່າງກວ້າງຂວາງ ໃນຖານະສັນຍາລັກຂອງສັນຕິພາບ ຄວາມກາລຸນາ ແລະ ປັນຍາແຕ່ເຍົາໄວ ເພິ່ນໄດ້ຮັບການຍອມຮັບວ່າເປັນອາວະຕານຂອງພຣະອະວະໂຣກິເຕສວນ ຜູ້ປ່ຽມດ້ວຍເມຕຕາ ເຖິງແມ່ນຈະຕ້ອງລີ້ໄພຈາກທິເບດ ໃນປີ ຄ.ສ  1959 ເພິ່ນຍັງອຸທິດຕົນຕະຫຼອດມາໃນການເຜີຍແຜ່ຫຼັກທັມມະແຫ່ງຄວາມບໍ່ຮຸນແຮງ ການເຈລະຈາ ແລະ ຄວາມເຂົ້າໃຈລະຫວ່າງສາສະໜາ ທົ່ວໂລກນັບຖືເພິ່ນເປັນຜູ້ນຳຈິດວິນຍານຜູ້ປ່ຽມດ້ວຍ ເມຕຕາທັມ  

ອົງດາໄລລາມະ ທີ່ 14  (1935-ປັດຈຸບັນ ) ສົມເດັດພຣະສັງຄະລາດພຣະພຸດທະສາສະໜາທິເບດ ເພິ່ນໄດ້ຮັບລາງວັນໂນເບລ ສາຂາສັນຕິພາບ ໃນປີ  1989 ແລະເດີນ ທາງໄປທົ່ວໂລກໂດຍບໍ່ທໍ້ຖອຍ ເພື່ອສົ່ງເສີມ ຄວາມຕັ້ງໃຈອັນສຳຄັນສາມປະການຂອງເພິ່ນຄື ໃນຖານະເປັນມະນຸດ ຄ່ານິຍົມພື້ນຖານຂອງມະນຸດໄດ້ແກ່ ຄວາມເຫັນອົກເຫັນໃຈ ການໃຫ້ອະໄພ ຄວາມອົດທົນ ແລະການມີວິໄນໃນຕົນເອງ ໃນຖານະຜູ້ປະຕິບັດສາສະໜາ ເພິ່ນໄດ້ເວົ້າເຖິງເລື່ອງຄວາມສາມາມັກຄີແລະຄວາມເຂົ້າໃຈລະຫວ່າງສາສະໜາຕ່າງໆ ແລະໃນຖານະພົນລະເມືອງທິເບດ ເພິ່ນໄດ້ເວົ້າເຖິງການຮັກສາວັດທະນະທຳພຣະພຸດທະສາສະໜາທາງສັນຕິພາບແລະອະຫິງສາຂອງທິເບດ 


ພຣະອົງ ປະສູດ ເມື່ອວັນທີ 6 ເດືອນ 7 ພ.ສ  2478(1935) ຢູ່ ໝູ່ບ້ານ ທັກເຊີ  (Taktser) ໃນເຂດຕາເວັນອອກສຽງເໜືອຂອງທິເບດ ແຂວງ ອຳໂບ  ພຣະອົງປະສູດໃນຄອບຄົວຊາວນາທຳມະດາ ເປັນລູກຄົນທີ່ຫ້າໃນຈຳນວນພີ່ນ້ອງສິບຫົກຄົນ  ( ຫຼອດຊີວິດພຽງ 7 ຄົນ )

ເມື່ອພຣະຊົນພຽງ 2 ພັນສາ ຊົງໄດ້ຮັບການຍອມຮັບວ່າ ເປັນອາວະຕານ (ພົບຊາດໃໝ່) ຂອງອົງດາໄລລາມະທີ 13​  ຄະນະຕົ້ນຫາທີ່ປະກອບດ້ວຍພຣະແລະນັກບວດ ໄດ້ຕິດຕາມສັນຍາຕາມຄຳແນະນຳຂອງເທບພະຍາກອນ ເນຊຸງ  (Nechung Oracle) ຈົນພົບພຣະອົງ 

ໃນປີ ພ.ສ 2482 (1939) ຊົງໄດ້ຮັບຮອງຢ່າງເປັນທາງການ ແລະສະເດັດໄປຍັງ ພຣະຣາຊວັງ ໂປຕາລາ ຢູ່ເມືອງ ລາຊາ ກ່ອນຈະຂຶ້ນຄອງຕຳແໜ່ງ ດາໄລລາມະຢ່າງເປັນທາງການ ໃນວັນທີ່ 22 ກຸມພາ ພ.ສ .2483 (1940)

  • ການສຶກສາແລະການຝຶກຝົນໃນວັດ 

ອົງກາໄລລາມະ ຊົງເລີ່ມສຶກສາຢ່າງເປັນທາງການຕັ້ງແຕ່ອາຍຸ 6 ປີ ຕາມຫຼັກສູດຂອງພຣະສົງແບບດັ້ງເດີມທິເບດ ຊົງສຶກສາຫຼັກປັດຊະຍາພຸດທະສາສະໜາ ສິນລະປະ ວັດທະນະທັມ ພາສາສັນສະກິດ ການແພດ ແລະ ຕັກກະສາດ 
ພຣະອົງສອບເສັງໄດ້ປະລິນຍາ ເກເຊ ລາລັມປາ  (Geshe Lharampa) ເຊິ່ງເປັນວຸດທິການສຶກສາສູງສຸດໃນພຸດທະສາສະໜາແບບທິເບດ ໃນປີ ພ.ສ 2502 (1959)


🕊️ວິກິດທາງການເມືອງ ແລະ ການລີ້ໄພຂອງອົງດາໄລລາມະ ທີ່ 14 

ເລື່ອງລາວຂອງອົງດາໄລລາມະທີ່ 14 ໃນຊ່ວງເວລາແຫ່ງວິກິດການທາງການເມືອງ ແລະ ການລີ້ໄພ ຄືບັນທຶກອັນລ້ຳຄ່າແຫ່ງຄວາມກ້າຫານ  ຄວາມເສຍສະຫຼະ  ແລະ ພະລັງຂອງສັນຕິທັມທີ່ຕັ້ງໝັ້ນຕໍ່ແຮງກົດດັນຂອງໂລກຄາລະວາດຢ່າງໝັ້ນຄົງ 

ເມື່ອພຣະຊົນມາຍຸພຽງ15 ພັນສາ ພຣະອົງຊົງຕ້ອງຮັບພາລະອັນໜັກໜ່ວງ ເມື່ອກອງທັບຈີນບຸກເຂົ້າຍຶດຄອງທິເບດໃນປີ ພ.ສ 2493 ພາຍໃຕ້ຂໍ້ອ້າງແຫ່ງ "ການລວມຊາດ" ແຕ່ວ່າກັບຕາມມາດ້ວຍການກົດຂີ່ທາງວັດທະນະທຳ ແລະ ສາສະໜາຢ່າງຮຸນແຮງ 

ເຖິງແມ່ນເປັນພຽງພຣະໜຸ່ມ ແຕ່ພຣະອົງຊົງເລືອກແນວທາງແຫ່ງ ສັນຕິວິທີແລະການເຈລະຈາ ຊົງເດີນທາງ ໄປຍັງກຸງປັກກິ່ງ ເພື່ອພົບກັບປະທານເໝົາ ເຈີຕຸງ ພະຍາຍາມຢ່າງເຕັມທີ່ ເພື່ອດຳລົງໄວ້ເຊິ່ງເອກະລັກ ແລະ ສັດທາຂອງຊາວທິເບດໂດຍບໍ່ຕ້ອງນອງເລືອດ 

ຈັ່ງໃດກໍ່ຕາມ ຄວາມຕຶງຄຽດທະວີຄວາມຮຸນແຮງຂຶ້ນ ເມື່ອການປາບປາມສາສະໜາ ແລະ ວັດທະນະທຳດຳເນີນໄປຢ່າງບໍ່ລົດລະ ຈົນມາຮອດເດືອນ ມີນາ ພ.ສ 2502 ປະຊາຊົນຊາວທິເບດກວ່າແສນຄົນລຸກຂຶ້ນຕໍ່ຕ້ານຈີນໃນນະຄອນລາຊາ ດ້ວຍຄວາມຢ້ານວ່າ ທາງການຈີນຈະຈັບຫຼືປົງພະຊົນອົງດາໄລລາມະ

ທ່າມກາງສຽງປືນ ແລະ ຄວາມໂກລາຫົນ ໃນຄ່ຳຄືນອັນມືດມົນຂອງວັນທີ 17 ມີນາ ພຣະອົງຊົງ ປອມເປັນທະຫານທຳມະດາ  ແລະເພື່ອໜີຈາກພຣະຣາຊວັງ ພ້ອມກັບຄະນະຕິດຕາມຜູ້ຫວັງດີ ໃຊ້ເວລາ ກວ່າ2 ອາທິດ ເດີນທາງຝ່າຫິມະແລະພູຜາ ຈົນຮອດຊາຍແດນອິນເດຍ ໃນວັນທີ 13 ມີນາ 

ລັດທະບານ ອິນເດຍ ພາຍໃຕ້ການນຳຂອງ ນາຍຍົກລັກທະມົນຕີ ຊະວາ ຫະຣະລາລ ເນຣູ ໃຫ້ບ່ອນພັກພິງທາງການເມືອງ ແກ່ພຣະອົງ ແລະສະໜັບສະໜູນໃຫ້ພຣະອົງ ຕັ້ງສູນກາງຂອງຊາວທິເບດພັດຖິ່ນຂຶ້ນ ຢູ່ເມືອງ ທັມມະສາລາ  (Dharamshala) ເຊິ່ງກາຍເປັນບ້ານແຫ່ງໃໝ່ຂອງພຣະອົງ ແລະ ເປັນສູນກາງຂອງລັດທະບານທິເບດພັດຖິ່ນ  

ຈາກຜູ້ນຳທາງສາສະໜາໃນປະເທດທີ່ຖືກຍຶດຄອງ ພຣະອົງໄດ້ກາຍເປັນ ສຽງແຫ່ງຄວາມຍຸດຕິທຳຂອງໂລກ ພຣະອົງຊົງເດີນທາງໄປທົ່ວໂລກ ເພື່ອສົ່ງສານແຫ່ງຄວາມເມຕຕາ ອະຫິງສາ ແລະ ສິດທິມະນຸດຊະຍະຊົນ ແລະ ເລືອກຍຶດໝັ້ນໃນ "ແນວທາງສາຍກາງ" ທີ່ມຸ້ງຫວັງພຽງ ສິດທິປົກຄອງຕົນເອງຢ່າງແທ້ຈິງ  ພາຍໃຕ້ສັນຕິພາບ ບໍ່ແມ່ນການແຍກໂຕດ້ວຍຄວາມຮຸນແຮງ 

ເລື່ອງລາວການລີ້ໄພຂອງພຣະອົງບໍ່ໄດ້ເປັນພຽງເລື້ອງຂອງການສູນເສຍ ແຕ່ເປັນບົດກະວີຂອງຈິດວິນຍານທີ່ບໍ່ຍອມແພ້ ເປັນແສງທຽນແຫ່ງເມຕຕາທ່າມກາງພາຍຸແຫ່ງຄວາມບໍ່ແນ່ນອນ ແລະ ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກເຫັນຄຸນຄ່າຂອງການຍຶດໝັ້ນໃນຄວາມດີ ເຖິງແມ່ນໂລກທັງໃບຈະຫວັ່ນໄຫວ 

  •  ການຮຽກຮ້ອງສັນຕິພາບ ແລະ ສິດທິມະນຸດຊະຍະຊົນ

ຈາກການລີ້ໄພ ອົງດາໄລລາມະໄດ້ກາຍເປັນສັນຍາລັກຂອງ ສັນຕິພາບ ຄວາມເມຕຕາ ແລະ ຄວາມບໍ່ໃຊ້ຄວາມຮຸນແຮງ ພຣະອົງພັກດັນໃຫ້ຊາວທິເບດມີສິດທິໃນການປົກຄອງຕົນເອງ ດ້ວຍແນວທາງທີ່ເອີ້ນວ່າ 
 "Middle Way Approach" ຫຼື "ແນວທາງສາຍກາງ "

  • ກຽດຕິຍົດແລະລາງວັນ 

  1. ລາງວັນໂນເບລສາຂາສັນຕິພາບ(1980)
  2. ຫຼຽນຄຳຈາກສະພາຄອງເກດສະຫາລັດອາເມລິກາ  (2007)
  3. ປະລິນຍາກິດຕິມະສັກຈາກມະຫາວິທະຍາໄລຫຼາຍແຫ່ງທົ່ວໂລກ

  • ປັດຊະຍາ ແລະ ຄຳສອນ 

ພຣະອົງເນັ້ນ ຄວາມເມຕຕາ ຄວາມຮັບຜິດຊອບຕໍ່ກັນ ແລະ ສິນລະທັມທາງໂລກ ເຖິງຈະເປັນພຣະສົງພຸດທະອົງໜຶ່ງ ແຕ່ພຣະອົງສົ່ງເສີມການ ເຄົາລົບທຸກສາສະໜາ ແລະ ສະໜັບສະໜູນການສົນທະນາຂ້າມສາສະໜາ 

  • ການສະຫຼະອຳນາດທາງການເມືອງ 
ໃນປີ ພ.ສ 2554 (2011) ພຣະອົງຊົງສະຫຼະບົດບາດຜູ້ນຳທາງການເມືອງ ແລະ ສົ່ງອຳນາດໃຫ້ກັບລັດຖະບານພັດຖິ່ນທີ່ມາກຈາກການເລືອກຕັ້ງ 

  • ມໍລະດົກທາງຈິດວິນຍານແລະຜົນງານທີ່ມີຕໍ່ໂລກ

ເຖິງແມ່ນພຣະອົງມີອາຍຸພັນສາ 89ປີ ພຣະອົງຍັງຕັ້ງໃຈເດີນທາງ ສອນທັມມະ ແລະ ຂຽນໜັງສືຈຳນວນຫຼາຍ ເລື່ອງການມີຄວາມສຸກ ຈາຣິຍະທັມ ແລະ ວິທະຍາສາດຈິດໃຈ ຊົງເປັນແຮງບັນດານໃຈໃຫ້ຜູ້ຄົນທົ່ວໂລກ 

🌟 ຄຳຄົມຄຳສອນຂອງອົງດາໄລລາມະທີ່ 14  


''ຈົ່ງມີເມຕຕາຕະຫຼອດເມື່ອເປັນໄປໄດ້ ແລະມັນເປັນໄປໄດ້ຕະຫຼອດ"

"ເປົ້າໝາຍສູງສຸດຂອງຊີວິດຄື ການສະແຫວງຫາຄວາມສຸກ"

"ເມື່ອເຮົາເວົ້າ ເຮົາຈະພຽງແຕ່ທົບທວນໃນສິ່ງທີ່ເຮົາຮູ້ຢູ່ແລ້ວ ແຕ່ເມື່ອເຮົາຟັງ ເຮົາອາດຈະໄດ້ຮຽນຮູ້ສິ່ງໃໝ່"

"ສັດຕູທີ່ແທ້ຈິງບໍ່ໄດ້ຢູ່ພາຍນອກ ແຕ່ຢູ່ພາຍໃນ ຄືຄວາມໂກດ ຄວາມໂລບ ແລະ ອະຄະຕິ"

"ເຮົາບໍ່ສາມາດໄດ້ສັນຕິພາບພາຍນອກ ຫາກເຮົາຍັງບໍ່ພົບສັນຕິພາບພາຍໃນ"

"ຄວາມຮັກແລະ ຄວາມເມດຕາບໍ່ແມ່ນຂອງຟຸມເຟືອຍ ແຕ່ເປັນພື້ນຖານຂອງຊີວິດມະນຸດ"

"ສາສະໜາຂອງຂ້ອຍລຽບງ່າຍ ສາສະໜາຂອງຂ້ອຍຄືຄວາມເມຕຕາ 

"ຫາກເຮົາຄິດວ່າຕົວເຮົານ້ອຍເກີນໄປທີ່ຈະສ້າງຄວາມປ່ຽນແປງ ລອງນອນໃນຫ້ອງກັບຍຸງລອງເບິ່ງ"

"ມື້ໜຶ່ງເຮົາຈະຕາຍໄປ ແຕ່ສິ່ງທີ່ສຳຄັນຄືເຮົາຈະໃຊ້ຊີວິດແບບໃດ"

"ຢ່າໄປໃຫ້ພຶດຕິກຳຂອງຄົນອື່ນມາທຳລາຍຄວາມສະຫງົບພາຍໃນຂອງເຮົາ"

The 14th Dalai Lama, Tenzin Gyatso, is the spiritual leader of the Tibetan people and a globally respected symbol of peace, compassion, and wisdom. Recognized as the reincarnation of Avalokiteshvara, the Bodhisattva of Compassion, he has devoted his life to promoting nonviolence, interfaith dialogue, and universal responsibility. Despite living in exile since 1959, the Dalai Lama continues to inspire millions with his teachings on kindness, inner peace, and the importance of a compassionate heart.


The 14th Dalai Lama (1935–present) is the supreme spiritual leader of Tibetan Buddhism. He was awarded the Nobel Peace Prize in 1989, and has tirelessly traveled the world to promote his three main commitments.

Firstly, as a human being, he emphasizes the importance of fundamental human values such as compassion, forgiveness, tolerance, and self-discipline.

Secondly, as a religious practitioner, he advocates for harmony and understanding among the world's religions.

Thirdly, as a Tibetan, he is dedicated to the preservation of Tibet’s peaceful and nonviolent Buddhist culture.


The 14th Dalai Lama, born Lhamo Thondup on July 6, 1935, in the small village of Taktser in northeastern Tibet (Amdo Province), was born to a humble farming family. He was the fifth of sixteen children, though only seven survived beyond infancy.

At the age of two, he was recognized as the reincarnation of the 13th Dalai Lama, Thubten Gyatso. A search party guided by visions and oracles, especially the Nechung Oracle, identified him based on signs and his reaction to sacred objects.

He was officially recognized in 1939, and brought to Lhasa, where he was enthroned at the Potala Palace on February 22, 1940, as the 14th Dalai Lama.

  •  Education and Monastic Training

In English:
The Dalai Lama began his formal monastic education at age six, following the traditional Tibetan curriculum. He studied Buddhist philosophy, Tibetan culture, art, Sanskrit, medicine, and logic.

He earned the Geshe Lharampa degree, the highest academic distinction in Tibetan Buddhism, in 1959.

🕊️ The Political Turmoil and Exile of His Holiness the 14th Dalai Lama

The saga of His Holiness the 14th Dalai Lama during the era of political crisis and exile is not merely a historical narrative—it is a poetic testament to unwavering spiritual courage, moral clarity, and the gentle but unyielding power of peace in a time of violence.

Born in 1935, His Holiness was recognized at a young age as the reincarnation of the 13th Dalai Lama. At just 15, he was forced into a position of immense responsibility when, in 1950the People’s Republic of China invaded Tibet, claiming to reunify the nation—but what followed was the dismantling of Tibetan religion, culture, and autonomy.

Despite his youth, the Dalai Lama chose the path of nonviolence and dialogue. In 1954, he traveled to Beijing to meet with Chairman Mao Zedong, seeking a peaceful resolution that could preserve the spiritual soul of Tibet without bloodshed.

Yet peace proved elusive. Chinese repression intensified—monasteries were desecrated, monks arrested, and cultural life steadily extinguished. Tensions erupted in March 1959, when over 100,000 Tibetans rose in protest in Lhasa, fearing that the Chinese military would abduct or assassinate the Dalai Lama.

In the dark of night on March 17, 1959disguised as a common soldier, the Dalai Lama escaped his palace, accompanied by a small group of loyal companions. For more than two harrowing weeks, they crossed snow-covered mountains and deep valleys, pursued by the threat of capture at every turn. On March 31, they reached the border of India, where they were granted political asylum by Prime Minister Jawaharlal Nehru.

Settling in Dharamshala, a quiet town in northern India, the Dalai Lama founded the Tibetan Government-in-Exile, turning his personal exile into a platform for global peace. Far from being silenced, he became a universal voice of compassion, nonviolence, and justice, not seeking independence through war, but meaningful autonomy through mutual understanding—a principle he called the Middle Way Approach.

His exile is not a story of retreat, but one of resurrection. It is the triumph of the human spirit over tyranny, a luminous journey from persecution to moral leadership. Through decades of tireless advocacy, His Holiness transformed tragedy into a timeless lesson: that peace can prevail over power, and compassion over cruelty, when one stands firm in the truth of the heart.

  • Global Advocacy for Peace and Human Rights

In exile, the Dalai Lama emerged as a global symbol of peace, compassion, and nonviolence. He advocates for genuine autonomy for Tibet through the "Middle Way Approach", which seeks coexistence within China, not separation.

  •  Honors and Awards

  1. Nobel Peace Prize (1989)
  2. U.S. Congressional Gold Medal (2007)
  3. Numerous honorary degrees and awards from universities and governments worldwide

  • Philosophy and Teachings

The Dalai Lama promotes compassion, universal responsibility, and secular ethics. Though a devout Buddhist, he advocates for interfaith harmony and emphasizes kindness as the foundation of all religions.

  • Retirement from Political Role

In English:
In 2011, the Dalai Lama retired from political leadership, transferring power to the democratically elected head of the Tibetan Government-in-Exile.

  • Spiritual Legacy and Global Impact

In English:
Now in his late 80s, the Dalai Lama continues to travel, teach, and write books on happiness, ethics, and the mind. He remains an inspiration to millions around the globe.


🌟 Quotes by His Holiness the 14th Dalai Lama


"Be kind whenever possible. It is always possible."

"The purpose of our lives is to be happy."

"When you talk, you are only repeating what you already know. But if you listen, you may learn something new."

"Our real enemies are not outside ourselves, but within—anger, pride, greed, and prejudice."

"We can never obtain peace in the outer world until we make peace with ourselves."

"Love and compassion are necessities, not luxuries. Without them, humanity cannot survive."

"My religion is very simple. My religion is kindness."

"If you think you are too small to make a difference, try sleeping with a mosquito."

"You should live a meaningful life—not just a long one."

"Do not let the behavior of others destroy your inner peace."

No comments:

Post a Comment

Post Top Ad