Thích Nhất Hạnh - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Wednesday, May 28, 2025

Thích Nhất Hạnh

 




 ຫຼວງປູ່ ຕິສນັດຮັນ 

“ ພຣະອາຈານເຊນ ຕິສນັດຮັນ ເປັນຜູ້ນຳທາງຈິດວິນຍານລະດັບໂລກ ນັກກະວີ ນັກກິດຈະກຳເພື່ອສັນຕິ ເປັນທີ່ຮູ້ຈັກແຜ່ຫຼາຍດ້ວຍຄຳສອນອັນຊົງພະລັງ ແລະໜັງສືຕິດອັນດັບຂາຍດີທີ່ສຸດ ວ່າດ້ວຍສະຕິ ແລະ ສັນຕິພາບ 


      ໃນໂລກທີ່ໝຸນໄປດ້ວຍຄວາມໄວ ແລະສັບສົນວຸ້ນວາຍ ຜູ້ຄົນຈຳນວນຫຼາຍ ພະຍາຍາມສະແຫວງຫາຄວາມສະຫງົບຈາກພາຍນອກ ແຕ່ມີຜູ້ຊາຍຜູ້ໜຶ່ງເລືອກທີ່ຈະໃຊ້ຊີວິດຊ້າລົງ ຟັງສຽງພາຍໃນ ແລະ ປ່ຽນທຸກຍ່າງກ້າວ ໃຫ້ກາຍເປັນຄຳສອນ ເພິ່ນບໍ່ໄດ້ໃຊ້ວາທະເພື່ອຄອບງຳ ແຕ່ໃຊ້ຄວາມຫງຽບເພື່ອເປີດໃຈ ເພິ່ນບໍ່ໄດ້ຮຽກຮ້ອງຄວາມສັດທາ ແຕ່ເຮັດໃຫ້ຜູ້ຄົນສັດທາດ້ວຍການມີຢູ່ຂອງຕົນເອງ

ນີ້ຄືເລື່ອງລາວຂອງ ຫຼວງພໍ່ ຕິສນັດຮັນ(Thích Nhất Hạnh) ພຣະຜູ້ໃຫ້ລົມຫາຍໃຈທຳມະດາ ກາຍເປັນຂົວເພື່ອເຊື່ອມຈິດໃຈຜູ້ຄົນທົ່ວໂລກກັບຄືນສູ່ປັດຈຸບັນ

ນີ້ຄືເລື່ອງລາວຂອງ ຫຼວງພໍ່ ຕິສນັດຮັນ(Thích Nhất Hạnh) ພຣະຜູ້ໃຫ້ລົມຫາຍໃຈທຳມະດາ ກາຍເປັນຂົວເພື່ອເຊື່ອມຈິດໃຈຜູ້ຄົນທົ່ວໂລກກັບຄືນສູ່ປັດຈຸບັນ

  • ຊ່ວງປີທຳອິດແຫ່ງຊີວິດ

     ເກີດໃນປີ 1926 ໃນພາກກາງຂອງປະເທດຫວຽດນາມ ແລະ ໄດ້ເຂົ້າບັນພະຊາເປັນສຳມະເນນ ຢູ່ວັດ ຕື່ຮ້ຽວ ເມືອງ ເວ້ ຕອນອາຍຸໄດ້ 16 ປີ ແລະ ເຂົ້າການຮັບການອຸປະສົມບົດເປັນພິກຂຸ ໃນປີ 1950 ເພິ່ນໄດ້ເຂົ້າຮ່ວມຂະບວນການປັບປຸງພຸດທະສາສະໜາຍຸກໃໝ່ ໃນຫວຽດນາມຢ່າງເຕັມທີ່ ແລະ ເປັນໜຶ່ງໃນພຣະພິກຂຸອົງທຳອິດ ທີ່ເຂົ້າສຶກສາໃນສາຂາວິຊາທາງໂລກ ໃນມະຫາວິທະຍາໄລ ແຫ່ງໄຊງ່ອນ ແລະ ເປັນໜຶ່ງໃນຫົກຂອງພຣະອົງທຳອິດ ໃນຫວຽດນາມທີ່ເລີ່ມໃຊ້ລົດຖີບ

        ກິດຈະກຳເພື່ອສັງຄົມລະຫວ່າງສົງຄາມຫວຽດນາມ 

ເມື່ອເກີດສົງຄາມໃນຫວຽດນາມພຣະພິກຂຸ ແລະ ພິກຂຸນີ ຕ້ອງຕໍ່ສູ້ກັບຄຳຖາມວ່າ ເຮົາຄວນກ້າວໄປສູ່ວິຖີຊີວິດແຫ່ງການພາວະນາປີກວິເວກ ແລະ ບຳເພັນສະມາທິໃນວັດຕໍ່ໄປ ຫຼື ຄວນອອກໄປຊ່ວຍເຫຼືອຜູ້ຄົນ ທີ່ກຳລັງທົນທຸກຢູ່ກັບລູກລະເບີດ ແລະ ຄວາມໂກລາຫົນແຫ່ງສົງຄາມ ຕິສ ນັດ ຮັນ ເປັນໜຶ່ງໃນຜູ້ທີ່ເລືອກຈະເຮັດທັງສອງຢ່າງ ແລະ ໃນການເລືອກເຮັດແບບນີ້ ຈຶ່ງເກີດການກໍ່ຕັ້ງຂະບວນການ ພຸດທະສາສະໜາທີ່ເຂົ້າຫາຊີວິດ (Engaged Buddhism) ໂດຍເປັນຄຳສັບທີ່ບັນຍັດເຂົ້າໃນໜັງສືຂອງເພິ່ນ ເລື່ອງ“ຫວຽດນາມ ດອກບົວກາງທະເລໄຟ” ນັບແຕ່ນັ້ນມາ ຊີວິດຂອງເພິ່ນຈຶ່ງອຸທິດເພື່ອວຽກງານການປ່ຽນແປງພາຍໃນຈິດໃຈ ເພື່ອປະໂຫຍດສຸກຂອງປັນເຈກບຸກຄົນ ແລະ ສັງຄົມ

          ໃນປີ 1961 ຕິສ ນັດ ຮັນ  ເດີນທາງໄປສະຫາລັດອາເມຣິກາ ເພື່ອສອນວິຊາສາສະໜາປຽບທຽບຢູ່ມະຫາໄລ ພຣິນຕັນ ແລະ ໃນປີຕໍ່ມາກໍ່ໄດ້ອອກເດີນທາງສອນ ແລະ ສຶກສາວິໄຈກ່ຽວກັບພຸດທະສາສະນາ ຢູ່ມະຫາວິທະຍາໄລ ໂຄລຳເບຍ ຊ່ວງຕົ້ນທົດສະວັດ 1960 ຕິສ ນັດ ຮັນ ໄດ້ກໍ່ຕັ້ງ ໂຮງຮຽນເຍົາວະຊົນບໍລິຫານສັງຄົມ (School of Youth and Social Service) ໃນຫຽດນາມ ເຊິ່ງເປັນອົງກອນບັນເທົາທຸກລະດັບຮາກຫຍ້າ ປະກອບດ້ວຍອາສາສະມັກຫຼາຍກວ່າ 10,000 ຄົນ ໂດຍຕັ້ງຢູ່ເທິງພື້ນຖານແຫ່ງການບໍ່ໃຊ້ຄວາມຮຸນແຮງ ແລະ ການກະທຳທີ່ປ່ຽມດ້ວຍກາຣຸນາ ໃນທາງພຸດທະສາສະໜາ

        ການຝຶກສະມາທິພາວະນາ ບໍ່ແມ່ນເພື່ອຫຼີກໜີຈາກສັງຄົມ ແຕ່ເພື່ອກັບຄືນສູ່ຕົວເຮົາເອງ ແລະ ເຫັນໄດ້ຊັດເຈນຕໍ່ສິ່ງທີ່ກຳລັງເກີດຂຶ້ນ ເມື່ອມີການເຫັນ ຍ່ອມຕ້ອງມີການລົງມືທຳ ດ້ວຍສະຕິເຮົາຈຶ່ງຈະຮູ້ວ່າຈະຕ້ອງເຮັດ ຫຼື ບໍ່ເຮັດສິ່ງໃດໃນການຊ່ວຍເຫຼືອ
          ຊ່ວງທົດສະວັດ 1960 ໃນຖານະທີ່ເປັນນັກວິຊາການ ອາຈານ ແລະ ນັກກິດຈະກຳທີ່ຫ້າວຫັນ  ຕິສ ນັດ ຮັນ ໄດ້ກໍ່ຕ້ອງມະຫາວິທະຍາໄລສົງ ຫວ່ານຫັ່ນ (Van Hanh Buddhist University) ໃນເມືອງ ໄຊງ່ອນ ພ້ອມທັງອອກວາລະສານກິດຈະກຳເພື່ອສັນຕິພາບທີ່ມີອິດທິພົນ ໃນຕອນນັ້ນ ປີ 1966 ເພິ່ນໄດ້ກໍ່ຕ້ອງ “ຄະນະດັ່ງກັນແລະກັນ” (the Order of Interbeing) ເປັນຄະນະທີ່ປະຕິຍານຕົນຝຶກປະຕິບັດ ໂດຍມີພື້ນຖານຢູ່ໃນສິນໂພທິສັດຕາມປະເພນີພຸດທະສາສະໜາ
ວັນທີ 1 ເມສາ ປີ 1966 ຢູ່ວັດ ຕື້ຮ້ຽວ ຫຼວງປູ່ ຕິສ ນັດ ຮັນ ໄດ້ຮັບມອບຕະກຽງທັມຈາກພຣະມະຫາເຖຣະ ເຈິນເຖິດ (Chan That) ຜູ້ທີ່ເປັນພຣະອາຈານຂອງເພິ່ນ
          ຊ່ວງທົດສະວັດ 1960 ໃນຖານະທີ່ເປັນນັກວິຊາການ ອາຈານ ແລະ ນັກກິດຈະກຳທີ່ຫ້າວຫັນ  ຕິສ ນັດ ຮັນ ໄດ້ກໍ່ຕ້ອງມະຫາວິທະຍາໄລສົງ ຫວ່ານຫັ່ນ (Van Hanh Buddhist University) ໃນເມືອງ ໄຊງ່ອນ ພ້ອມທັງອອກວາລະສານກິດຈະກຳເພື່ອສັນຕິພາບທີ່ມີອິດທິພົນ ໃນຕອນນັ້ນ ປີ 1966 ເພິ່ນໄດ້ກໍ່ຕ້ອງ “ຄະນະດັ່ງກັນແລະກັນ” (the Order of Interbeing) ເປັນຄະນະທີ່ປະຕິຍານຕົນຝຶກປະຕິບັດ ໂດຍມີພື້ນຖານຢູ່ໃນສິນໂພທິສັດຕາມປະເພນີພຸດທະສາສະໜາ
ວັນທີ 1 ເມສາ ປີ 1966 ຢູ່ວັດ ຕື້ຮ້ຽວ ຫຼວງປູ່ ຕິສ ນັດ ຮັນ ໄດ້ຮັບມອບຕະກຽງທັມຈາກພຣະມະຫາເຖຣະ ເຈິນເຖິດ (Chan That) ຜູ້ທີ່ເປັນພຣະອາຈານຂອງເພິ່ນ

  • ລີ້ໄພຈາກຫວຽດນາມ 

  ບໍ່ພໍເທົ່າໃດເດືອນ ເພິ່ນກໍ່ໄດ້ເດີນທາງສູ່ສະຫາລັດອາເມຣິກາ ແລະຍູໂຣບອີກຄັ້ງໜຶ່ງ ເພື່ອຮຽກຮ້ອງສັນຕິພາບ ແລະ ຢຸດຕິສົງຄາມໃນຫວຽດນາມ ໃນຊ່ວງປີ 1966 ນີ້ເອງ ທີ່ເພິ່ນໄດ້ພົບກັບ ດຣ ມາຕິນ ລູເທີ້ ຄິງ ຈູເນ່ຍ ເປັນຄັ້ງທຳອິດ ຜູ້ທີ່ສະເໜີຊື່ເພິ່ນເຂົ້າຮັບລາງວັນໂນເບລສາຂາສັນຕິພາບໃນປີ 1967 ດ້ວຍກິດຈະກຳຄັ້ງນີ້ເອງ ເຮັດໃຫ້ທັງຫວຽດນາມເໜືອ ແລະຫວຽດນາມໃຕ້ ປັດຕິເສດສິດທິທີ່ເພິ່ນຈະໄດ້ຄືນສູ່ຫວຽດນາມ ແລະ ນັບເປັນການເລີ່ມຕົ້ນຂອງການລີ້ໄພຈາກບ້ານເກີດທີ່ດົນນານເປັນເວລາ 39 ປີ

      ຕິສ ນັດ ຮັນ ຍັງເດີນທາງກ້າວໄກໄປຕໍ່ເພື່ອເຜີຍແຜ່ສານແຫ່ງສັນຕິພາບ ແລະ ຄວາມຮັກດັ່ງພີ່ນ້ອງ ດຳເນີນການເພື່ອໃຫ້ຜູ້ນຳຊາດຕາເວັນຕົກຢຸດຕິສົງຄາມໃນຫວຽດນາມ ແລະ ນຳຄະນະຜູ້ແທນຊາວພຸດເຂົ້າສູ່ປາຖະຄາຖາໃສປາຣີດ ປີ 1969

  • ກໍ່ຕັ້ງໝູ່ບ້ານພລັມໃນຝຣັ່ງເສດ

ເພິ່ນໄດ້ຈັດການສອນ ອົບຮົມ ແລະຂຽນໜັງສືກ່ຽວກັບສິນລະປະແຫ່ງການຈະເລີນສະຕິ “ການດຳເນີນຊີວິດຢ່າງສັນຕິ” ໃນທົດສະວັດ1970 ເພິ່ນໄດ້ເປັນວິທະຍາກອນ ແລະນັກວິໄຈດ້ານພຸດທະສາສະໜາ ຢູ່ມະຫາໄລ ຊໍບອນ ປາຣີດ ໃນປີ 1957 ເພິ່ນໄດ້ກໍ່ຕັ້ງສູນນັກເທດ ໃກ້ປາຣີດ ປີ 1982 ໄດ້ຍ້າຍອອກມາສູ່ພື້ນທີ່ກວ້າງຂວາງກວ່າເກົ່າ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດຝຣັ່ງເສດ ເຊິ່ງເປັນທີ່ຮູ້ຈັກກັນຕໍ່ມາວ່າ ໝູ່ບ້ານພຣັມ” (Plum Village)


ພາຍໃຕ້ການຊີ້ນຳທາງຈິດວິນຍານໂດຍພຣະອາຈານ ຕິສ ນັດ ຮັນ ໝູ່ບ້ານພລັມ ໄດ້ຍິ່ງໃຫຍ່ຂຶ້ນຈາກຟາມໃນຊົນນະບົດ ກາຍມາເປັນສະຖານທີ່ປະຕິບັດທັມທາງພຸດທະສາສະໜາທີ່ໃຫຍ່ທີ່ສຸດ ແລະມີກິດຈະກຳທີ່ຫ້າວຫັນທີ່ສຸດໃນໂລກຕາເວັນຕົກ ໂດຍມີພິກຂຸນີຢູ່ປະຈຳ ຫຼາຍກວ່າ200 ອົງ ແລະມີຜູ້ມາຢ້ຽມຢາມປະຕິບັດທັມກວ່າ 10,000ຄົນໃນແຕ່ລະປີຈາກທົ່ວໂລກ ເພື່ອຮຽນຮູ້ “ສິນລະປະການໃຊ້ຊີວິດຢ່າງມີສະຕິ”
ໝູ່ບ້ານພລັມຕ້ອນຮັບຜູ້ຄົນຈາກທຸກໄວ ທຸກເຊື້ອຊາດ ທຸກຮາກເຫງົ້າຄວາມເຊື່ອ ເຂົ້າມາຮ່ວມການພາວະນາ ທີ່ພວກເຂົາສາມາດຮຽນຮູ້ ວິທີການປະຕິບັດທັມ ເຊັ່ນ ການເດີນຍ່າງຢ່າງມີສະຕິ ການນັ່ງສະມາທິ ພາວະນາກັບການຮັບປະທານອາຫານ ຜ່ອນຄາຍຢ່າງສົມບູນ ເຮັດວຽກຢ່າງມີສະຕິ ລວມທັງການຢຸດ ການຍິ້ມ ແລະ ການຫາຍໃຈຢ່າງມີສະຕິ ເຫຼົ່ານີ້ທັງໝົດລ້ວນແຕ່ເປັນການຝຶກປະຕິບັດ ທາງພຸດທະສາສະໜາແຕ່ບູຮານ ອັນເປັນແກ່ນສານສຳຄັນ ທີ່ພຣະອາຈານ ຕິສ ນັດ ຮັນ ໄດ້ກັ່ນກອງແລະພັດທານາ ເພື່ອໃຫ້ສາມາດປະຍຸກໃຊ້ຢ່າງງ່າຍດາຍ ແລະມີພະລັງໃນຄວາມທ້າທາຍ ແລະ ຄວາມຍາກລຳບາກແຫ່ງຍຸກສະໄໝຂອງພວກເຮົາ
ໃນຊ່ວງ 20 ປີທີ່ຜ່ານມາ ຜູ້ຄົນຫຼາຍກວ່າແສນຄົນ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຝຶກຜົນ ຕາມຫຼັກຈາຣິຍະທັມສາກົນໂລກ ທີ່ໄດ້ຮັບການປັບປຸງໃນໂລກຍຸກໃໝ່ ຂອງພຣະອາຈານ ຕິສ ນັດ ຮັນ ເຊິ່ງເປັນທີ່ຮູ້ຈັກກັນ ໃນນາມ “ຂໍ້ຝຶກອົບຮົມສະຕ້ຫ້າປະການ”(The Five Mindfulness Trainings) ຫຼື ສິນຫ້າ ຊະບັບປັບປຸງ
ຜ່ານມານີ້ບໍ່ດົນ  ພຣະອາຈານ ຕິສ ນັດ ຮັນ ໄດ້ກໍ່ຕັ້ງເວກອັບ(Wake Up) ຂະບວນການຂອງຄົນໜຸ່ມສາວ ຫຼາຍພັນຄົນທົ່ວໂລກ ທີ່ຝຶກຝົນໃນວິທີການປະຕິບັດ ແຫ່ງການດຳເນີນຊີວິດຢ່າງມີສະຕິເຫຼົ່ານີ້  ແລະໄດ້ເປີດ ໂຮງຮຽນຕື່ຮູ້ (Wake Up Schools) ລະດັບນານາຊາດ ເປັນໂຄງການອົບຮົມຄູອາຈານແລະບຸກຄະລາກອນ ທາງການສຶກສາເພື່ອສອນການຝຶກສະຕິ ໃນໂຮງຮຽນທົ່ວຍູໂຣບ ອາເມຣິກາ ແລະ ເອເຊຍ
ພຣະອາຈານ ຕິສ ນັດ ຮັນ ເປັນທັງສິນລະປິນນຳພ້ອມ ໂດຍມີຜົນງານການແຕ້ມຮູບ ທີ່ໄດ້ຮັບຄວາມນິຍົມແລະເປັນເອກະລັກ ໂດຍເປັນກະວີສັ້ນໆ ແລະ ຄຳເວົ້າທີ່ສື່ເຖິງແກ່ນຄຳສອນ ແຫ່ງການຈະເລີນສະຕິຂອງເພິ່ນ ໂດຍມີການຈັດນິທົດສະການສະແດງ ພາບເຫຼົ່ານີ້ຢູ່ຮົງກົງ ໄຕ້ຫວັນ ໄທ ແຄນາດາ ເຢຍລະມັນ ຝຣັ່ງເສດ  ແລະ ນິວຢອກ ຕັ້ງແຕ່ປີ 2010 ເປັນຕົ້ນມາ
ໃນທົດສະວັດທີ່ຜ່ານມາ ພຣະອາຈານ ຕິສ ນັດ ຮັນ ໄດ້ເປີດສະຖານປະຕິບັດທັມ ໃນ ແຄລິຟໍເນຍ,ນິວຢອກ ປາຣີດ ຮົງກົງ ໄທ ມິສຊິສຊິປປີ ແລະ ອອສເຕເລຍ ລວມທັງສະຖາບັນພຸດທະສາສະໜາປະຍຸກ (Institute of Applied Buddhism) ແຫ່ງທຳອິດໃນປະເທດ ເຢຍລະມັນນີ ສະຖານທີ່ປະຕິບັດທັມຈະເລີນສະຕິ ໃນວິຖີແຫ່ງໝູ່ບ້ານພລົມ ໄດ້ຈັດງານພາວະນາເປັນການພິເສດ ສຳຫຼັບນັກທຸລະກິດ ຄູອາຈານແລະ ບຸກຄະລາກອນທາງການສຶກສາ ຄອບຄົວ ບຸຄະລາກອນທາງການແພດ ນັກວິຈິຕບຳບັດ ນັກການເມືອງ ແລະ ໄວລຸ້ນຄົນໜຸ່ມສາວ ເຊັ່ນດຽວກັບການທະຫານຜ່ານເສິກ ແລະ ຊາວອິສຣາເອລ ແລະ ຊາວປາເລສໄຕນ໌ ໂດຍສະເລ່ຍແລ້ວ ມີຄົນປະມານ 75,000 ຄົນເຂົ້າຮ່ວມກິດຈະກຳທີ່ນຳໂດຍ ພຣະພິກຂຸແລະ ພິກຂຸນີ ຂອງໝູ່ບ້ານພລັມ ທົ່ວໂລກໃນແຕ່ລະປີ
ຜ່ານມາບໍ່ດົນ ພຣະອາຈານ ຕິດ ນັສ ຮັນ ໄດ້ນຳກິດຈະກຳສຳຫຼັບສະມາຊິກຂອງລັດຖະສະພາສະຫາລັດອາເມຣິກາ ແລະສະມາຊິດລັດຖະສະພາ ຣາຊອານາຈັກ ໄອແລນ ອິນເດຍ ແລະປະເທດໄທຍ ເພິ່ນໄດ້ກ່າວກັບສະພາສາສະໜາໂລກ ໃນເມລເບິນ ແລະ ຍູເນດສະໂກປາຣີດ ໂດຍຮຽກຮ້ອງໃຫ້ມີຂັ້ນຕອນສະເພາະສຳຫຼັບຢຸດຕິວົງຈອນແຫ່ງຄວາມຮຸນແຮງ ສົງຄາມ ແລະສະພາວະໂລກຮ້ອນ ໃນການໄປສະຫາລັດອາເມຣິກາໃນປີ 2013 ເພິ່ນໄດ້ນຳພາຈັດກິດຈະກຳ ການຝຶກສະຕິລະດັບສູງທີ່ກູເກິນ(Google) ທະນາຄານໂລກ (World Bank) ແລະ ໂຮງຮຽນການແພດຮາເວີດ (Harvard School of Medicine)
ມໍລະດົກອັນຊົງຄຸນຄ່າ ທີ່ຫຼວງປູ່ມອບໃຫ້ໄວ້ກັບເຮົາ ຄືພຣະພຸດທະສາສະໜາ ແບບປະຍຸກ ຍັງຄົງດຳເດີນຕໍ່ໄປໂດຍຊຸມຊົນນັກບວດຫຼາຍກວ່າ 700ອົງ ໃນ 11 ສູນປະຕິບັດທັມ ຕະຫຼອດຈົນທັມມາຈານຄາລະວາດທັງຫຼາຍ ສະມາຊິກຫຼາຍພັນຄົນ ຝຶກປະຕິບັດຫຼາຍແສນຄົນທົ່ວໂລກ ຜ່ານການອນອອນໄລນ໌ ງານພາວະນາຕ່າງໆ ທັງໃນສູນປະຕິບັດທັມແລະສະຖານທີ່ອື່ນໆແລະກິດຈະກຳທີ່ມີສ່ວນຮ່ວມກັບສັງຄົມ ຊຸມຊົນໝູ່ບ້ານພລັມນາໆຊາດ ແຫ່ງພຸດທະສາສະໜາ ແບບປະຍຸດນີ້ ຍັງຄົງສືບສານຄຸນູປະການອັນຍິ່ງໃຫຍ່ຂອງເພິ່ນຕະຫຼອດໄປ


ຫຼວງປູ່ຕິດ ນັສ ຮັນ ເປັນຜູ້ປະພັນໜັງສືທັມມະຊື່ດັງລະດັບໂລກຫຼາຍຫົວດັ່ງນີ້ 

  • ປະຕິຫານແຫ່ງການຕື່ນຢູ່ຕະພຫຼອດ
  • ສັນຕິພາບທຸກຍ່າງກ້າວ 
  • ປັດຈຸບັນເປັນເວລາປະເສີດສຸດ
  • ສັນຕິໃນເຮືອນໃຈ 
  • ເດີນ ວິຖີແຫ່ງສະຕິ  [Walking Meditation]
  • ດວງຕາເວັນ ດວງໃຈຂ້ອຍ 
  • ທາງກັບຄືການເດີນທາງຕໍ່ 
  • ກະແຈເຊນ 
  • ສາຍນ້ຳແຫ່ງຄວາມກາລຸນາ 
  • ວິຖີບົວບານ 
  • ຄືເມກສີຂາວ ທາງກ້າວເກົ່າແກ່ ວັນນະກຳພຸດທະປະຫວັດໃນທັດສະນະໃໝ່ ເຫຼັ້ມ  1-2 / Old Path White Clouds : Walking in the Footsteps of the Buddha
  • ດ້ວຍປັນຍາ ແລະ ຄວາມຮັກ
  • ເຈົ້າຄືສັນຕິ  : ລຳນ້ຳແຫ່ງລົມຫາຍໃຈ ແລະ ຮອຍຍິ້ມ  [Being Peace]
  • ສາດແຫ່ງຄວາມເຂົ້າໃຈ 
  • ພຸດທະສາສະໜາໃນອະນາຄົດ 
  • ອານາປານະສະຕິສາດ 
  • ພຣະສູດທັມແປດປະການສຳຫຼັບມະຫາບຸຣຸດ
  • ເພັດຕັດທຳລາຍມາຍາ [The Diamond That Cuts Through Illusion]
  • ກຸຫຼາບປະດັບດວງໃຈ 
  • ໄຝ່ພະຈັນ 
  • ດອກບົວໃນທະເລໄຟ 
  • ສຽງຮ້ອງຂອງຊາວຫວຽດນາມ 
  • ຈຸດຢືນພຣະພຸດທະສາສະໜາ ທ່າມກາງສົງຄາມແລະການປະຕິວັດ 
  • ເມຕຕາພາວະນາ  : ຄຳສອນວ່າດ້ວຍຮັກ  [Teaching on Love]
  • ເອີ້ນຂ້ອຍດ້ວຍນາມອັນແທ້ຈິງ 
  • ປູກຮັກ
  • ເລີ່ມຕົ້ນໃໝ່ 


"Zen Master Thich Nhat Hanh is a world-renowned spiritual leader, poet, and peace activist, widely known for his powerful teachings and bestselling books on mindfulness and peace."


             In a world driven by haste and confusion, many search for peace outside themselves. But there was one man who chose to slow down, to listen inwardly, and to turn each step into a teaching. He did not persuade with eloquence, but with silence. He did not demand faith, yet inspired it simply through his presence.

This is the story of Thích Nhất Hạnh — the monk who transformed an ordinary breath into a bridge that gently led countless hearts back to the present moment.

Early Years of Life

Thich Nhat Hanh was born in 1926 in central Vietnam. At the age of 16, he was ordained as a novice monk at Tu Hieu Temple in Hue, and he received full ordination as a bhikkhu in 1950. He actively participated in the movement to modernise Vietnamese Buddhism and was among the first monks to pursue secular studies at the University of Saigon. Remarkably, he was also one of the first six monks in Vietnam to begin using a bicycle.


Social Engagement During the Vietnam War

When war broke out in Vietnam, monks and nuns were faced with a profound question: Should they continue a life of contemplative retreat within monasteries, devoted to meditation and prayer, or should they step out to help those suffering amidst the bombs and chaos of war?
Thich Nhat Hanh was one of those who chose to do both. This choice gave rise to what became known as Engaged Buddhism, a term he coined in his book “Vietnam: Lotus in a Sea of Fire.” From that point forward, his life was devoted to the inner transformation of the mind for the benefit of individuals and society.

In 1961, Thich Nhat Hanh travelled to the United States to teach comparative religion at Princeton University. The following year, he began teaching and conducting research in Buddhism at Columbia University.

In the early 1960s, he founded the School of Youth for Social Service in Vietnam — a grassroots relief organisation comprising over 10,000 volunteers. The school was grounded in the Buddhist principles of nonviolence and compassionate action, working tirelessly to rebuild villages, provide education, and offer aid to those affected by the war.

For Thich Nhat Hanh, meditation was not a means to escape the world, but a way to return to oneself — to see clearly what is happening, and to act with insight. True seeing must lead to compassionate action. With mindfulness, we know what to do — and what not to do — in order to help.

Throughout the 1960s, as a scholar, teacher, and tireless activist, Thich Nhat Hanh founded the Van Hanh Buddhist University in Saigon, and launched an influential peace journal that helped spread his vision of nonviolent engagement.

In 1966, he established the Order of Interbeing, a community of monastics and laypeople committed to the practice of Engaged Buddhism, grounded in the bodhisattva precepts of the Mahayana tradition.

On 1 April 1966, at Tu Hieu Temple, Thich Nhat Hanh was entrusted with the lamp of Dharma by his teacher, Zen Master Chan That, symbolising the transmission of wisdom and the continuation of the spiritual lineage.


Exile from Vietnam

A few months later, Thich Nhat Hanh travelled once again to the United States and Europe to call for peace and an end to the war in Vietnam. It was during this 1966 mission that he met Dr. Martin Luther King Jr. for the first time — who would later nominate him for the Nobel Peace Prize in 1967.
Because of this peace advocacy, both North and South Vietnam denied him the right to return to his homeland, marking the beginning of an exile that would last for 39 years. 

Thich Nhat Hanh continued to travel widely, spreading the message of peace and brotherhood. He worked tirelessly to persuade Western leaders to end the Vietnam War and led a Buddhist delegation to the Paris Peace Talks in 1969

Founding of Plum Village in France

Thich Nhat Hanh continued to teach, lead retreats, and write extensively on the art of mindfulness and "living peacefully." During the 1970s, he served as a lecturer and Buddhist scholar at the Sorbonne University in Paris. In 1975, he established the Sweet Potato Hermitage near Paris. In 1982, he moved to a larger site in the southwest of France, which later became known as Plum Village — a spiritual community that would go on to inspire people around the world.


Under the Spiritual Guidance of Thich Nhat Hanh: The Growth of Plum Village

Under the spiritual guidance of Zen Master Thich Nhat Hanh, Plum Village has grown from a humble rural farm into the largest and most active Buddhist monastic practice centre in the Western world. It is home to over 200 resident monks and nuns, and each year, it welcomes more than 10,000 visitors from around the globe who come to learn “the art of mindful living.”

Plum Village opens its doors to people of all ages, races, and spiritual backgrounds, inviting them into a way of practice where they can experience mindfulness in daily life — through mindful walking, sitting meditation, mindful eating, deep relaxation, working in mindfulness, and simply stopping, smiling, and breathing. These practices, rooted in ancient Buddhist tradition, have been refined and adapted by Thich Nhat Hanh to become deeply accessible and profoundly relevant for the challenges of our modern times.

Over the past twenty years, more than 100,000 people have formally committed to living according to the updated global ethical guidelines developed by Thich Nhat Hanh for today’s world, known as “The Five Mindfulness Trainings” — a contemporary and transformative renewal of the traditional Five Precepts


Recent Contributions and Global Outreach

In recent years, Thich Nhat Hanh founded Wake Up, a global movement of thousands of young people who practise mindful living in their daily lives. He also launched the international Wake Up Schools initiative — a training programme for teachers and educators that brings mindfulness into classrooms across Europe, the Americas, and Asia.

Thich Nhat Hanh is also a visual artist. His calligraphy works — simple yet profound phrases that reflect the essence of his mindfulness teachings — have gained wide recognition. Since 2010, exhibitions of his calligraphy have been held in Hong Kong, Taiwan, Thailand, Canada, Germany, France, and New York.

Over the past decade, Thich Nhat Hanh has founded practice centres in California, New York, Vietnam, Paris, Hong Kong, Thailand, Mississippi, and Australia, including the Institute of Applied Buddhism in Germany. Plum Village mindfulness centres regularly host special retreats for businesspeople, educators, families, healthcare professionals, psychotherapists, politicians, and young adults — as well as veterans and participants from Israel and Palestine. On average, around 75,000 people attend retreats led by the Plum Village monastics around the world each year.

In recent years, Thich Nhat Hanh has also brought mindfulness practice into the halls of political power — leading sessions for members of the U.S. Congress, and parliaments in the United Kingdom, Ireland, India, and Thailand. He has spoken at the Parliament of the World’s Religions in Melbourne and at UNESCO in Paris, urging concrete steps to break the cycles of violence, war, and climate change.

During his 2013 visit to the United States, he led high-level mindfulness events at Google, the World Bank, and Harvard Medical School, sharing his wisdom on inner peace, compassionate leadership, and collective healing.


The Passing of Thich Nhat Hanh

Thich Nhat Hanh passed away peacefully in the early morning hours of 22 January 2022 at the “Listening Deeply Hut”in Tu Hieu Temple, Hue, Vietnam. Surrounded by his beloved disciples, his passing was honoured by members of the Plum Village community from around the world — both those who made pilgrimage to Tu Hieu Temple and the hundreds of thousands who joined the ceremonies online. For one week, people gathered in mindfulness practice and silent reverence, honouring his physical body through heartfelt presence and deep breathing. Together, they generated a powerful collective energy of compassion, peace, and brotherhood.

The cremation ceremony was held on Saturday, 29 January, in Hue. His ashes have since been sent to his many practice centres in Europe, the United States, and Asia.

The most precious legacy Thich Nhat Hanh left us is his vision of Engaged Buddhism, which continues to flourish through a monastic community of over 700 monks and nuns across 11 mindfulness practice centres, hundreds of lay Dharma teachers, thousands of members of the Order of Interbeing, and hundreds of thousands of practitionersaround the world.

Through online teachings, global retreats, and social engagement, this international Plum Village community continues to carry forward Thich Nhat Hanh’s profound contribution to modern Buddhism and the healing of the world.



Thich Nhat Hanh is a world-renowned author of many influential books on Dharma. Some of his notable works include:

  • The Miracle of Mindfulness

  • Peace Is Every Step

  • The Present Moment Is the Most Precious

  • Peace in Every Breath

  • Walking Meditation

  • The Sun My Heart

  • The Long Road Turns to Joy

  • Zen Keys

  • The River of Compassion

  • The Blooming Lotus Path

  • Old Path White Clouds: Walking in the Footsteps of the Buddha (Volumes 1–2)

  • Wisdom and Love

  • Being Peace

  • The Art of Understanding

  • The Future of Buddhism

  • The Science of Anapanasati (Mindful Breathing)

  • The Eight Realizations of Great Beings Sutra

  • The Diamond That Cuts Through Illusion

  • The Rose That Blooms in the Heart

  • Bamboo Moon

  • Lotus in a Sea of Fire

  • The Cry of the Vietnamese People

  • The Buddhist Standpoint Amid War and Revolution

  • Meditation on Loving-Kindness: Teachings on Love

  • Call Me by My True Names

  • Cultivating Love

  • Beginning Anew


No comments:

Post a Comment

Post Top Ad