Images of Dharma - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Saturday, May 31, 2025

Images of Dharma





ພາບດວງຕາແຫ່ງທັມ

 ຄຳອະທິບາຍພາບ 

ພາບນີ້ໝາຍເຖິງພຣະພຸດທະເຈົ້ານັ່ງສະຫງົບ ສະຫງ່າງາມ ເຕັມປ່ຽມດ້ວຍເມຕຕາ ກຳລັງແຈກ”ດວງຕາເຫັນທັມ” ໃຫ້ແກ່ສັບພະສັດ ຕາດວງນັ້ນບໍ່ແມ່ນຕາເນື້ອ ແຕ່ຄືດວງຕາແຫ່ງປັນຍາຍານທີ່ເບິ່ງທະລຸຄວາມຈິງແຫ່ງຊີວິດ ຄື “ທຸກ ສະມຸໄທ ນິໂຣດ ມັກ” _ ຫົນທາງແຫ່ງການຫຼຸດພົ້ນ

ແຕ່ໃນພາບກັບມີພຽງຄົນກຸ່ມນ້ອຍທີ່ຍື່ນມືຮັບດວງຕານັ້ນ-ຄົນທີ່ໃຈເປີດ ພ້ອມຮຽນຮູ້ ພ້ອມຮັບແສງສະຫວ່າງເຂົ້າສູ່ຈິດໃຈ ສ່ວນຄົນຈຳນວນຫຼາຍໃນພາບ ກັບຫັນຫຼັງໃຫ້ ຫຼື ກຳລັງເຕັ້ນແລ່ນມົວແຕ່ຫຼົງໃນໂລກີຍະວິໄສ_ເງິນຄຳ ອຳນາດ ຄວາມຮັກ ຄວາມໂກດ ຄວາມຫຼົງ _ຈົນເບິ່ງບໍ່ເຫັນແມ່ນແຕ່ແສງສະຫວ່າງທີ່ຢູ່ຕໍ່ໜ້າ 

ພຣະພຸດທະເຈົ້າກຳລັງແຈກດວງຕາ ຫຼື ທັມມະ ແຕ່ມີຄົນສົນໃຈພຽງໜ້ອຍດຽວເທົ່ານັ້ນ ນອກຈາກຈະບໍ່ສົນໃຈ ຫຼືແລ່ນໜີໄປໝົດ ຈຶ່ງບໍ່ມີດວງຕາເຫັນທັມ  ແມ່ນແຕ່ໃນປັດຈຸບັນກໍ່ເປັນແບບນັ້ນ  ຄືຜູ້ສົນໃຈຄົ້ນຄວ້າຫາຄວາມຈິງ ຫຼື ສົນໃຈທັມມະນັ້ນມີໜ້ອຍ ສ່ວນໃຈຈະສົນໃຈຄວາມມ່ວນຊື່ນລື່ນເລີງໝົດ ແລ້ວກໍ່ຕ້ອງມາເດືອດຮ້ອນໃນພາຍຫຼັງ ເພາະທຸກສິ່ງໃນໂລກມັນເປັນຂອງຄູ່ກັນ ເມື່ອມີຄວາມມ່ວນຊື່ນ ມັນກໍ່ຕ້ອງມີຄວາມທຸກຕິດຕາມມານຳ ຈຶ່ງຂໍໃຫ້ທຸກຄົນສົນໃຈທີ່ຈະນຳທັມມະມາສຶກສາ ແລະ ປະຕິບັດເພື່ອປະໂຫຍດສຸກທັງຕົນເອງ ແລະ ສັງຄົມຕໍ່ໄປ ຄົນທີ່ໄດ້ດວງຕາເຫັນທັມ ຈະເປັນຄົນມີສຳມາຄາລະວະ ຮູ້ຈັດອ່ອນນ້ອມຖ່ອມຕົນ ສ່ວນຄົນທີ່ຍັງບໍ່ມີຕາແຫ່ງປັນຍາ ກໍ່ມັກຈະແລ່ນໄປມາໃນສັງສາລະວັດ ວັດຕະສົງສານຕໍ່ໄປ 


ຂໍ້ຄິດ 

ດວງຕາເຫັນທັມນັ້ນ ພຣະພຸດທະເຈົ້າບໍ່ໄດ້ຫວງແຫນ ບໍ່ໄດ້ສະຫງວນໄວ້ສະເພາະໃຜ

ແຕ່ຜູ້ຈະໄດ້ຮັບ ຕ້ອງເປັນຜູ້ທີ່ເປີດໃຈ ພ້ອມທີ່ຈະ “ເຫັນມ”

ຄືດວງຕາເຫັນທີ່ສ່ອງແສງໃຫ້ທຸກຄົນເທົ່າທຽມກັນແຕ່ຜູ້ທີ່ຢູ່ໃນຖ້ຳເລິກ ຍ່ອມບໍ່ອາດໄດ້ຮັບແສງນັ້ນ 

ໃຈຄົນກໍ່ຄືພາຊະນະ

ບາງຄົນເປີດໄວ້ພ້ອມຮັບນ້ຳແຫ່ງທັມ

ບາງຄົນຄວ້ຳໄວ້ເຖິງແມ່ນຝົນແຫ່ງປັນຍາຈະຕົກໜັກປານໃດກໍ່ຕາມ ກໍ່ບໍ່ມີວັນຊຶມເຂົ້າໄປໄດ້ 


ປຽບທຽບ

ລອງຈິນຕະນາການວ່າ ພຣະພຸດທະເຈົ້າຄືອາຈານຜູ້ຍື່ນໜັງສືແຫ່ງຄວາມຈິງໃຫ້

ແຕ່ໜັກຮຽນຈຳນວນຫຼາຍມົວແຕ່ເບິ່ງໂທລະສັບ ຫຼິ້ນເກມ ມ່ວນຊື່ນກັບເລື່ອງບໍ່ມີປະໂຫຍດ

ມີພຽງບາງຄົນເທົ່ານັ້ນ ທີ່ຢຸດນິ້ງ ແລະເປີດໜັງສືຫົວນັ້ນອ່ານ

ໃນໜັງສືນັ້ນ….ບໍ່ມີລາງວັນ ບໍ່ມີຂອງຂວັນ ມີພຽງຄວາມເຂົ້າໃຈຊີວິດ ແລະ ອິດສະລະພາບຈາກທຸກ 


ສະຫຼຸບໃຈຄວາມ

ທັມມະບໍ່ເຄີຍຫາຍໄປໃສ

ພຣະພຸດທະເຈົ້າບໍ່ເຄີຍປິດບັງແຕ່ຜູ້ຄົນຈຳນວນຫຼາຍຍັງບໍ່ພ້ອມຈະເປີດຕາຮັບແສງນັ້ນ

“ໃຜເຫັນທັມຄົນນັ້ນເຫັນເຮົາ”ເປັນຄຳສອນທີ່ເຕືອນໃຈວ່າ 

ບໍ່ຈຳເປັນຕ້ອງເຫັນພຣະພຸດທະເຈົ້າເປັນຕົວຕົນແຕ່ຫາກເຮົາເຫັນ “ຄວາມຈິງ”

ດ້ວຍໃຈທີ່ຕື່ນແລ້ວ ເຮົາກໍ່ພົບພຣະອົງໃນທຸກຂະນະຂອງຊີວິດ


Image Description:

In the image, the Buddha sits in serene stillness—graceful and full of boundless compassion—offering the “Eye of Dhamma” to all beings.
This eye is not a physical one, but a symbol of deep wisdom, the ability to see through the truths of life: dukkha (suffering), samudaya (its cause), nirodha (its cessation), and magga (the path)—the way to liberation.

Yet in the image, only a small group of people reach out to receive this eye—those with open hearts, ready to learn, ready to welcome the light into their minds.
Most, however, turn away, distracted by worldly desires—money, power, love, anger, and delusion—unable to see the light that shines right before them.


Reflection:

The Buddha never kept the Dhamma Eye for himself, nor did he reserve it for a chosen few.
But to receive it, one must open the heart and be willing to see.

It is like the sun that shines equally on all,
yet those who remain deep in a cave will never feel its light.

The human heart is like a vessel.
Some leave it open, ready to receive the water of Dhamma.
Others turn it upside down—no matter how heavy the rain of wisdom falls, not a single drop can enter.


Analogy:

Imagine the Buddha as a teacher holding out a book of truth.
Yet most of the students are too busy staring at their phones, playing games, or laughing at meaningless things.
Only a few pause, sit still, and open the book.
Inside that book... there are no prizes, no gifts—only the understanding of life and the freedom from suffering.


Summary:

The Dhamma has never disappeared.
The Buddha has never concealed it.
But many people are still not ready to open their eyes to its light.

“Whoever sees the Dhamma, sees me.”
This teaching reminds us:
It is not necessary to see the Buddha in physical form.
But if we truly see the Truth with an awakened heart,
then we encounter him in every moment of our lives.


ພາບນີ້ໄດ້ແຮງບັນດານໃຈຈາກສວນໂມກຂອງ (ຫຼວງພໍ່ພຸດທະທາດພິກຂຸ)

No comments:

Post a Comment

Post Top Ad