Shortly after the birth of Prince Siddhartha - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Tuesday, June 17, 2025

Shortly after the birth of Prince Siddhartha







#ຕອນ​: ອະສິຕະດາບົດເຂົ້າຢ້ຽມ
ຫຼັງພະນາງສິຣິມາຫາມາຍາ ໄດ້ປະສູດໂອຣົດແລ້ວກໍ່ຖືກສັ່ງໃຫ້ກັບຄືນ ສູ່ກະບິນລະພັດ

ອະສິຕດາບົດ ຫຼື​ ບາງແຫ່ງ​ເອີ້ນວ່າ.​ກາລະເທວິນດາບົດ ຜູ້ນີ້ບວດເປັນລືສີຢູ່ຂ້າງປ່າຫິມພານ ປັດຈຸບັນຄື ພູເຂົາຫິມາໄລນັ້ນເອງ
ທ່ານເປັນທີ່ເຄົາລົບຂອງພະເຈົ້າສຸດໂທທະນະ ແລະ.​ຣາຊສະກຸນນີ້ ຫຼັງປະສູດ3ວັນ ເມື່ອທ່ານຮູ້ຂ່າວ ພະເຈົ້າສຸດໂທທະນະປະມຸກກະສັດກຸງກະບິນລະພັດ​ຊົງມີໂອຣົດໃໝ່ ຈຶ່ງໄດ້ເຂົ້າມາຢ້ຽມຢາມຖວາຍພອນ ພຣະເຈົ້າສຸດໂທທະນະກໍ່ຊົງດີພະໄທຢ່າງຍິ່ງ ຈຶ່ງມົນໃຫ້ນັ່ງສົນທະນາກັນ 

ພໍທ່ານດາບົດເຫັນເຈົ້າຊາຍນ້ອຍກໍ່ມີກິຣິຍາຜິດວິໄສສຳມະນະ​3.ຢ່າງຄື.ຍິ້ມ​ແຍ້ມແລ້ວຮ້ອງໄຫ້.​ແລ້ວກາບພະບາດຂອງເຈົ້າຊາຍນ້ອຍ

1 ທ່ານຍິ້ມເພາະຮູ້ວ່າ ຖ້າມະຫາບຸຣຸດຄົນນີ້ຢູ່ຄອງຣາດສະສົມບັດຈະເປັນເຈົ້າຈັກກະພັດຜູ້ຍິ່ງໃຫຍ່.​ແຕ່ຖ້າອອກບວດຈະໄດ້ເປັນພຣະສາສະດາຜູ້ຍິ່ງໃຫຍ່ທີ່ສຸດໃນໂລກ

2 ທ່ານຮ້ອງໄຫ້ເພາະວ່າ ເຮົານີ້ແກ່ເກີນການເສຍແລ້ວ ເສຍໃຈວ່າມີບຸນນ້ອຍບໍ່ມີໂອກາດທີ່ຈະໄດ້ຮັບຟັງທັມຈາກພຣະພຸດທະເຈົ້າ ການກາບຝາບາດກຸມມານນ້ອຍຄັ້ງນັ້ນເຮັດໃຫ້ຊາວເມືອງຕົກໃຈແລະສັດທາໃນຕົວກຸມມານຢ່າງຍິ່ງ


ຫຼັງຈາກເຈົ້າຊາຍສະຖັດທະຣາຊກຸມານ ຫຼື ພຣະພຸດທະເຈົ້າໃນອະນາຄົດ ປະສູດໄດ້ບໍ່ດົນ ອະສິຕະ ເຊິ່ງເປັນພຣາມຜູ້ມີລິດ ຢູ່ເທີງພູເຂົາຫິມະພານໄດ້ສັງເກດເຫັນລາງບອກເຫດ ທ້ອງຟ້າອັນເປັນມຸງຄຸນ ຈຶ່ງຮູ້ວ່າມີມະຫາບຸຣຸດເກີດຂຶ້ນໃນໂລກ 

ອະສິຕະ ຈຶ່ງຟ້າວເດີນທາງມາເຂົ້າເຝົ້າ ພຣະເຈົ້າສຸດໂທທະນະ ຢູ່ກຸງກະບິນລະພັດ ເພື່ອຂໍເບິ່ງພຣະຣາຊກຸມານ ອະສິຕະກວດເບິ່ງລັກຊະນະພຣະວໍຣະກາຍ ແລະ ເຫັນວ່າພຣະຣາຊກຸມານ ມີລັກຊະນະມະຫາບຸຣຸດ 32 ປະການ ຈຶ່ງທຳນາຍວ່າ ພຣະອົງຈະຕ້ອງເປັນຜູ້ຍິ່ງໃຫຍ່ແນ່ນອນ 

ອະສິຕະ ໄດ້ກ່າວພະຍາກອນວ່າ ພຣະຣາຊກຸມານອົງນີ້ຫາກຄອງລາດກໍ່ຈະເປັຮພຣະເຈົ້າຈັກກະພັດປົກຄອງໂລກດ້ວຍທັມ ແຕ່ຖ້າສະເດັດອອກບວດ ຈະໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຜູ້ຮູ້ແຈ້ງໂລກແລະ ໂຜດເວໄນສັດເປັນຈຳນວນຫຼາຍ 

ຈັ່ງໃດກໍ່ຕາມ ອະສິຕະໄດ້ນ້ຳຕາໄຫຼດ້ວຍຄວາມເສົ້າ ແລະ ຍິ່ມດີໃຈ  ພຣະເຈົ້າສຸດໂທລະນະຈຶ່ງຕັດຖາມວ່າ ເຫດໃດອະສິຕະຈຶ່ງຮ້ອງໄຫ້ ທັງທີ່ພະຍາກອນສິ່ງດີ ອະສິຕະຕອບວ່າ ຕົນຮ້ອງໄຫ້ເສຍໃຈທີ່ຕົນອາຍຸຫຼາຍແລ້ວ ແລະ ຕົນຈະບໍ່ໄດ້ຟັງທັມມະນຳພຣະອົງຕໍ່ໄປໃນພາຍພາກໜ້າ 

ທ່ານຍິ້ມເພາະຮູ້ວ່າ ຖ້າມະຫາບຸຣຸດຄົນນີ້ຢູ່ຄອງຣາດສະສົມບັດຈະເປັນເຈົ້າຈັກກະພັດຜູ້ຍິ່ງໃຫຍ່.​ແຕ່ຖ້າອອກບວດຈະໄດ້ເປັນພຣະສາສະດາຜູ້ຍິ່ງໃຫຍ່ທີ່ສຸດໃນໂລກ

Shortly after the birth of Prince Siddhartha

Shortly after the birth of Prince Siddhartha (the future Buddha), a wise and revered hermit named Asita, who lived in the Himalayas, observed auspicious signs in the heavens. He realized that a remarkable being had been born into the world.

Asita traveled to Kapilavastu to meet King Suddhodana and requested to see the newborn prince. Upon examining the child, Asita noticed the 32 marks of a Great Man on the prince’s body, which signified an extraordinary destiny.

He then made a prophecy: If the child remained in worldly life, he would become a great universal monarch (Chakravartin). But if he renounced the world, he would become a fully enlightened Buddha, a teacher who would liberate countless beings.

However, Asita unexpectedly wept. The king, surprised, asked why he cried after delivering such a positive prophecy. Asita replied that his tears were not of sorrow for the child, but for himself—because he was old and would not live long enough to hear the future Buddha’s teachings

No comments:

Post a Comment

Post Top Ad