Heavenly beings gathered to invite the Bodhisattva to descend and become the Buddha. - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Tuesday, June 17, 2025

Heavenly beings gathered to invite the Bodhisattva to descend and become the Buddha.


#.ຕອນ​:ເທບທຸກຊັ້ນຟ້າປະຊຸມກັນອັນເຊີນເທບພະບຸດໂພທິສັຕ ໃຫ້ຈຸຕິມາຕຣັດສະຮູ້ເປັນພຣະພຸດທະເຈົ້າ

ກ່ອນທີ່ຈະໄດ້ມາເປັນພຣະພຸດທະເຈົ້າ ເພື່ອໂປຣດຊາວໂລກນັ້ນ ພຣະບໍລົມມະສາສະດາ ສັມມາສັມພຸດທະເຈົ້າ ໄດ້ຊົງບຳເພັນບາຣະມີ 10.ປະການ​ຄົບຖ້ວນແລ້ວໄດ້ແກ່

1​ ຊາດທີ່ເປັນ.​ພະເຕເມ ບຳເພັນເນກຂຳມະບາຣະມີ ຄື:ຄວາມອົດທົນສູງ
2​ ພຣະມະຫາຊານົກ ບຳເພັນວິຣິຍະບາລະມີ ຄື​:ຄວາມພາກພຽນສູງສຸດ
3.​ພຣະສຸວັນນະສາມ ບຳເພັນເມຕຕາບາລະມີ ຄື​:ຄວາມເມຕຕາສູງ
4.​ພຣະເນມິຣາດ​ ບຳເພັນອະຖິຖານະບາລະມີ ຄື​:ຈິດແນ່ວແນ່ສົມບູນ
5​ ພຣະມະໂຫສົດ​ບຳເພັນປັນຍາບາລະມີ ຄື​:ຄວາມມີປັນຍາສູງສຸດ
6.​ພຣະພູຣິທັດ ບຳເພັນສິລະບາລະມີ ຄື:ຄວາມມີສິນທີ່ສົມບູນສູງສຸດ
7.​ພຣະຈັນທະກຸມມານ ບຳເພັນຂັນຕິບາລະມີ ຄື:ຄວາມອົດກັ້ນອົດທົນສູງສຸດ
8 ພຣະນາຣທະພຣົມ.ບຳເພັນອຸເບກຂາບາລະມີ ຄື​:ການມີອຸເບກຂາສູງສຸດ 
9​ ພຣະວິທູນບັນດິດ ບຳເພັນສັຈຈະບາລະມີຄື: ຄວາມມີສັຈຈະສູງສຸດ
10​ ພຣະເຫວດສັນຕະຣະ ບຳເພັນທານບາລະມີ ຄື​:ການຮູ້ຈັກໃຫ້ທານສູງສຸດ

ດັ່ງນັ້ນ​ ເຫັນວ່າການສົມບູນໄປດ້ວຍບາລະມີ10ປະການເທວະດາໃນໝື່ນໂລກະທາດທູນວອນວ່າ ຂ້າແຕ່ພຣະມະຫາວິຣະ ເປັນການສົມຄວນສຳຫຼັບພຣະອົງ.​ຂໍ​ພຣະອົງໂປຣດອຸບັດໃນພະຄັນມານດາ ຂໍພຣະອົງລົງໄປຊ່ວຍມະນຸດໂລກພ້ອມເທວະໂລກໃຫ້ຂ້າມໂອຂະສົງສານ ດ້ວຍເທີ້ນ

ໃນຕອນນັ້ນ​ມະຫາໂພທິສັດກໍ່ຍັງບໍ່ທັນໄດ້ຮັບປາກແກ່ເທວະດາທັງຫຼາຍແຕ່ຊົງກວດເບິ່ງມະຫາວິໂລກະນະທັງ5 ຄື​ກຳນົດການ​ທະວີບ​ ປະເທດ.​ຕະກູນ​ ພຣະຊົນມາຍຸຂອງພະຊົນນີ

ຫຼັງສຳຫຼວດແລ້ວ ກໍ່ຮັບເປັ່ງພະວາຈາວ່າເປັນການສົມຄວນທີ່ເຮົາຈະມາຕຣັດສະຮູ້ເປັນພຣະພຸດທະເຈົ້າ ກໍ່ໄດ້ສະເດັດຈຸຕິຈາກສະຫວັນດຸສິດ ມາຊົງຖືປະຕິສົນທິໃນພະຄັນພະ.​ນາງເຈົ້າມາຍາເທວີ ໃນຣາຊກຸນສາກະຍະ (ທະວີບອາຊີ.​ອິນເດຍໃນປັດຈຸບັນ)

Episode: The Gods Invite the Bodhisattva to Descend and Become the Buddha


Before attaining Buddhahood and liberating the world, the Bodhisattva perfected the Ten Perfections (Pāramīs) over many lifetimes:

  1. Renunciation – Temiya: enduring suffering to renounce the world

  2. Energy – Mahājanaka: supreme perseverance

  3. Loving-kindness – Suvannasāma: boundless compassion

  4. Determination – Nemiya: unwavering resolve

  5. Wisdom – Mahosadha: deep insight

  6. Morality – Bhuridatta: perfect ethical conduct

  7. Patience – Candakumāra: supreme tolerance

  8. Equanimity – Nārada: inner calm and impartiality

  9. Truthfulness – Vidhura: unwavering truth

  10. Generosity – Vessantara: ultimate selflessness

After these were fulfilled, gods across the ten-thousand worlds gathered and invited the Great Bodhisattva:

“O Noble One, your perfection is complete. Please descend into the human realm to save humanity and the heavenly beings.”

The Bodhisattva did not accept immediately. First, he surveyed five great factors: the world (continent), country, caste, family, and lifespan of the people.

Seeing all was favorable, he agreed to descend and was conceived in Queen Māyā of the Sakya royal lineage, in what is now India, thus beginning his final life before enlightenment.

No comments:

Post a Comment

Post Top Ad