ຕອນທີ;ພຣະພຸດທະເຈົ້າຊົງບຳເພັນທຸກກະຣະກິຣິຍາ ແລະ ມີພຣະອິນມາດິດພິນ
ຫຼັງຈາກຊົງຕັດຜົມບວດແລ້ວ ພຣະອົງໄດ້ຊົງບຳເພັນທຸກກະຣະກິຣິຍາຢ່າງເຂັ້ມງວດ ຊົງອົດທົນກັບຄວາມທຸກທໍລະມານ ທັງຄວາມຫິວໂຫຍ ຄວາມຢາກ ຄວາມໜາວຮ້ອນ ແລະ ຄວາມເຈັບປວດພຣະວໍລະກາຍ ເພື່ອຄົ້ນຫາຄວາມຈິງ ແລະ ຄວາມຫຼຸດພົ້ນເຖິງແມ່ນພຣະອົງຈະອົດທົນຢ່າງສຸດຂີດ ແຕ່ພຣະໄທຍັງຄົງໝັ້ນຄົງບໍ່ຫວັ່ນໄຫວ
ໃນເວລານັ້ນ ພຣະອິນເທບຜູ້ປົກປ້ອງພຣະພຸດທະເຈົ້າ ໄດ້ສະເດັດມາດີດພິນ ສຽງດົນຕຣີແຫ່ງສວງສະຫວັນບັນເລງຂຶ້ນເບົາໆ ແຕ່ຊັດເຈນ ສະກົດໃຈພຣະອົງໃຫ້ພົບຄວາມສະຫງົບ ແລະ ພະລັງແຫ່ງຄວາມກ້າຫານ ທ່າມກາງຄວາມມືດມົນຂອງຄວາມທໍລະມານ ພຣະພຸດທະເຈົ້າຊົງໄດ້ຮັບກຳລັງໃຈ ແລະ ຄວາມໝັ້ນຄົງໃນການເດີນທາງສາຍນີ້ຕໍ່ໄປ ເພື່ອປະໂຫຍດແກ່ສັດໂລກທັງຫຼາຍ
The episode of the Buddha practicing austerities and Indra playing the lute
After cutting his hair and renouncing the world, the Buddha practiced severe austerities. He endured hunger, thirst, heat, cold, and physical pain to seek the truth and liberation. Though he suffered greatly, his mind remained steadfast and unwavering.
At that moment, Indra, the divine protector of the Buddha, descended and played the lute. The heavenly music was soft but clear, captivating the Buddha’s heart and granting him peace and courage. Amidst the darkness of suffering, the Buddha received strength and determination to continue his path for the benefit of all beings.


No comments:
Post a Comment