The Enlightenment of the Buddha - Savivanh.com

ຍອດນິຍົມ

Post Top Ad

Post Top Ad

Friday, July 18, 2025

The Enlightenment of the Buddha


 ຕອນ:ການຕັດສະຮູ້ຂອງພຣະພຸດທະເຈົ້າ

ຫຼັງຈາກເຈົ້າຊາຍສິດທັດຖະຣາດຊະກຸມານສະເດັດອອກຜະນວດດ້ວຍພຣະມະຫາກາລຸນາອັນຍິ່ງໃຫຍ່ ເພື່ອສະແຫວງຫາ"ທາງແຫ່ງການດັບທຸກ" ໃຫ້ແກ່ສັບພະສັດ ພຣະອົງຊົງບຳເພັນພຽນຢ່າງສຸດຂີດຢູ່ຫົກປີ ທັງທໍລະມານຕົນ ອົດອາຫານ ເດີນທາງກາງປ່າໃນຖິ່ນກັນດານ ແຕ່ສຸດທ້າຍກໍ່ຕະໜັກວ່າທາງສຸດໂຕ່ງທັງສອງ ບໍ່ແມ່ນຫົນທາງແຫ່ງຄວາມຫຼຸດພົ້ນ 

ພຣະອົງຈຶ່ງປ່ຽນມາປະຕິບັດທາງສາຍກາງ ແລະ ຮັບເຂົ້າມະຖຸປາຍາດ(ເຂົ້ານ້ຳນົມ) ຈາກນາງສຸຊາດາເພື່ອເສີມພະລັງຮ່າງກາຍ ແລ້ວສະເດັດໄປປະທັບໃຕ້ຕົ້ນພຣະສີມະຫາໂພ ຢູ່ ພຸດທະຄະຍາ ແລະ ຕັ້ງຈິດໝັ້ນວ່າ

"ເຮົາຈະບໍ່ລຸກຈາກນີ້ ຕາບໃດທີ່ຍັງບໍ່ບັນລຸທັມອັນຍິ່ງໃຫຍ່"

ໃນຄືນນັ້ນເອງພຣະອົງຊົງເພັ່ງພິຈາຣະນາ ເຫດປັດໃຈຂອງທັມມະຊາດແຫ່ງຊີວິດ ດ້ວຍຈິດທີ່ສະຫງົບເລິກ ຕົກມາໃນຕອນເຊົ້າ ພຣະອົງຊົງບັນລຸພຣະອະນຸຕຕະຣະສັມໂພທິຍານ ຕັດສະຮູ້ທັມອັນສູງສຸດ ກາຍເປັນພຣະສັມມາສັມພຸດທະເຈົ້າ  

ພຣະອົງໄດ້ຮູ້ແຈ້ງເຖິງໄຕຣລັກ (ອະນິດຈັງ ທຸກຂັງ ອະນັດຕາ) ເຫັນຄວາມຈິງອັນລຶກຊຶ້ງຂອງໂລກ ແລະ ຄົ້ນພົບອະຣິຍະສັດສີ່
ອັນເປັນຫົວໃຈຂອງພຸດທະສາສະໜາ 

ຄະຕິທັມຄຳສອນ

"ຄວາມພຽນອັນໝັ້ນຄົງ ນຳໄປສູ່ປັນຍາ ແລະ ປັນຍາແທ້ເທົ່ານັ້ນທີ່ດັບທຸກໄດ້
ຕາບໃດທີ່ຍັງບໍ່ຮູ້ຄວາມຈິງຂອງຊີວິດ ຕາບນັ້ນທຸກຍ່ອມເປັນເງົາຕາມຕົວ"

Episode: The Enlightenment of the Buddha

After renouncing his princely life, Prince Siddhartha practiced intense asceticism for six years in search of liberation from suffering. He pushed his body to the brink of death, but eventually realized that neither luxury nor self-mortification could lead to true peace.

He chose the Middle Way and regained his strength by accepting a bowl of milk-rice from Sujata, a village girl. Then, he made his way to the foot of the Bodhi Tree in Bodh Gaya and sat in deep meditation with unwavering resolve:

"I shall not rise from this seat until I attain supreme enlightenment."

That very night, through deep meditation and insight into the nature of reality, He gradually pierced through the veil of ignorance. As dawn approached, He attained the Supreme Perfect Enlightenment (Anuttara Samma Sambodhi) and became the Buddha.

He saw the truths of impermanence, suffering, and non-self—and discovered the Four Noble Truths, which form the heart of the Dhamma.


🌼 Dhamma Reflection:

"Unshakable effort leads to true wisdom, and only true wisdom can end suffering."
"Until one sees the truth of life, suffering will follow like a shadow."

No comments:

Post a Comment

Post Top Ad