ສົມເດັດພຣະຣາຊາທິບໍດີ ຊິກເມ ເຄຊາຣ໌ນັມເກລ ວັງຊຸກ
Jigme Khesar Namgyel Wangchuck
ສົມເດັດພຣະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຫຼື ວ່າ: ສົມເດັດພະຣາຊາທິບໍດີ ຈິກມີ ເຄເຊີ ນຳເກລ ວັງຊຸກ; ພະລາຊະສົມພົບ 21 ກຸມພາ ຄ.ສ. 1980) ແມ່ນພະມະຫາກະສັດແຫ່ງຣາຊະອານາຈັກພູຖານ ລັດຊະການທີ 5 ແຫ່ງລາຊະວົງວັງຊຸກ ພະອົງໄດ້ຮັບການຍົກຍ້ອງຈາກຊາວພູຖານ ລວມທັງຊາວລາວ ໄທ ສ່ວນໃຫຍ່ວ່າມີພະຈະລິຍະວັດທີ່ງົດງາມ ແລະ ເປັນທີ່ຮັກແພງຢ່າງຍິ່ງຂອງປະຊາຊົນຊາວພູຖານ.
ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ສະເດັດຂຶ້ນຄອງລາດຕໍ່ຈາກ ສົມເດັດພະຣາຊາທິບໍດີ ຈິກເມ ເຊັງເກ ວັງຊຸກ ພະລາຊະບິດາ ເມື່ອວັນທີ 16 ທັນວາ ພ.ສ. 2549 ຕໍ່ມາພະອົງໄດ້ຊົງປະກອບພະລາຊະພິທີບໍຣົມມະລາຊາພິເສກເປັນພະມະຫາກະສັດຢ່າງເປັນທາງການ ນະ ພະລາຊະວັງໃນກຸງທິມພູ ໃນວັນທີ 6 ພະຈິກ ພ.ສ. 2551. ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງປະກອບພະລາຊະພິທີລາຊາພິເສກສົມລົດກັບ ສົມເດັດພະລາຊິນີ ເຈຈຸນ ປັດມາ ວັງຊຸກ ເມື່ອວັນທີ 13 ຕຸລາ ພ.ສ. 2554 ຊົງມີພະລາຊະໂອລົດ 2 ພະອົງ ແລະ ພະລາຊະທິດາ 1 ພະອົງ.
ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງເປັນສູນລວມຈິດໃຈຂອງພະສົກນິກອນທຸກໝູ່ເຫຼົ່າ ຈາກການທີ່ຊົງວາງພະອົງຢ່າງເປັນກັນເອງໃນໝູ່ປະຊາຊົນ ຈຶ່ງສ້າງຄວາມປະທັບໃຈແກ່ພະສົກນິກອນຢ່າງສູງ ເຖິງວ່າພະອົງບໍ່ຕ້ອງຊົງຮັບພະລາຊະພາລະກິດການບໍລິຫານປະເທດ ເນື່ອງຈາກສົມເດັດພະລາຊະບິດາໄດ້ຊົງວາງລະບອບການປົກຄອງແບບປະຊາທິປະໄຕໄວ້ກ່ອນແລ້ວ ແຕ່ພະອົງເອງກໍຍັງຊົງເປັນສັນຍະລັກສຳຄັນ ໃນການສ້າງເອກະພາບ ແລະ ສະເຖຍລະພາບ ໃນປະເທດທີ່ມີປະຊາກອນພຽງ 753,947 ຄົນ ໂດຍມຸ່ງເນັ້ນດ້ານຄວາມສຸກມວນລວມຂອງປະຊາກອນພາຍໃນປະເທດເປັນສຳຄັນ.
ພະລາຊະປະຫວັດ
ສະເດັດພະລາຊະສົມພົບເມື່ອວັນທີ 21 ກຸມພາ ພ.ສ. 2523 ທີ່ໂຮງໝໍສູຕິກຳ ແລະ ສະຕີປະໂຣບການ ກັດມານດູ ປະເທດເນປານ. ພະອົງເປັນພະລາຊະໂອລົດໃນ ສົມເດັດພະຣາຊາທິບໍດີ ຈິກເມ ເຊັງເກ ວັງຊຸກ ແລະ ສົມເດັດພະລາຊິນີ ເຊີຣິງ ຢາງດົນ ວັງຊຸກ ພະບໍຣົມມະລາຊະຊົນນີພັນປີຫຼວງ ຊຶ່ງເປັນພະມະເຫສີອົງທີສາມໃນບັນດາພະມະເຫສີທັງສີ່ພະອົງ. ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ມີພະຄະນິດຖາ ແລະ ພະອະນຸຊາຮ່ວມພະມານດາ ຊຶ່ງມີພະນາມວ່າ ເຈົ້າຍິງ ອາຊິ ເດເຊນ ຢັງຊຳ ແລະ ພະອະນຸຊາມີພະນາມວ່າ ເຈົ້າຊາຍ ດາໂຊ ຈິກເມ ດໍຈິ ວັງຊຸກ.
ການສຶກສາ
ເມື່ອຊົງຈະເລີນພະຊົນມະພັນສາ, ພະອົງໄດ້ສະເດັດພະລາຊະດຳເນີນໄປຊົງສຶກສາຕໍ່ທີ່ສະຫະລັດອາເມຣິກາ ໃນລະດັບມັດທະຍົມສຶກສາທີ່ ຄັດຊິງ ອະຄາເດມີ (Cushing Academy) ຊຶ່ງແມ່ນໂຮງຮຽນປະຈຳສະຫະສຶກສາທີ່ມີຊື່ສຽງຂອງລັດແມສຊາຊູເຊັດ, ມີອາຍຸຫຼາຍກວ່າ 100 ປີ ແລະ ຊົງສຶກສາຕໍ່ໃນລະດັບປະລິນຍາຕີທີ່ວິທະຍາໄລວີຕັນ (Wheaton College) ຊຶ່ງແມ່ນມະຫາວິທະຍາໄລດ້ານສິລະປະສາດໃນລັດດຽວກັນ ກ່ອນທີ່ຈະສະເດັດພະລາຊະດຳເນີນມາສຶກສາຕໍ່ປະລິນຍາໂທ ໃນສາຂາການທູດ (Foreign Service Programme) ແລະ ສາຂາວິຊາການເມືອງທີ່ Magdalen College School ສະຫະລາຊະອານາຈັກ.
ນອກຈາກນີ້, ພະອົງໄດ້ສະເດັດພະລາຊະດຳເນີນແທນພະລາຊະບິດາໄປຍັງຕ່າງປະເທດໃນຫຼາຍໂອກາດ ແລະ ຊົງຮຽນຮູ້ເຖິງວັດທະນະທຳຕ່າງໆ ລວມໄປເຖິງການສຶກສາ ແລະ ອົງກອນເສດຖະກິດຫຼາຍແຫ່ງ.
ການທູນເຂົ້າຖວາຍປະລິນຍາ
ມະຫາວິທະຍາໄລຮັງສິດ ໄດ້ທູນເກົ້າທູນກະໝ່ອມຖວາຍປະລິນຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ແດ່ສົມເດັດພະຣາຊາທິບໍດີ (ເມື່ອຄັ້ງຍັງດຳລົງພະຍົດເປັນເຈົ້າຊາຍມົງກຸດລາຊະກຸມານ) ໃນວັນທີ 26 ພະຈິກ 2549.
ມະຫາວິທະຍາໄລຂອນແກ່ນ ໄດ້ທູນເກົ້າທູນກະໝ່ອມຖວາຍປະລິນຍາວິທະຍາສາດດຸດສະດີບັນດິດກິດຕິມະສັກ ສາຂາສົ່ງເສີມການກະເສດ ແດ່ສົມເດັດພະຣาາທິບໍດີ. ນອກຈາກນີ້ ພະອົງຍັງໄດ້ສົ່ງນັກສຶກສາ ແລະ ບຸກຄົນສຳຄັນເຂົ້າມາສຶກສາ, ເບິ່ງວຽກ ແລະ ສຳມະນາທີ່ ຄະນະກະເສດສາດ ມະຫາວິທະຍາໄລຂອນແກ່ນ ເປັນປະຈຳ.
ຈຸລາລົງກອນມະຫາວິທະຍາໄລ ໄດ້ທູນເກົ້າທູນກະໝ່อມຖວາຍປະລິນຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ສາຂາວິຊາການພັດທະນາລະຫວ່າງປະເທດ ແດ່ສົມເດັດພະຣาຊາທິບໍດີ ໃນຖານະທີ່ຊົງບຳບັດທຸກບຳລຸງສຸກແກ່ພະສົກນິກອນ ດ້ວຍພະລາຊະຫະລືໄທຕັ້ງໝັ້ນຢູ່ບົນການພັດທະນາທີ່ຍືນຍົງ, ຊົງໃຫ້ຄວາມສຳຄັນດ້ານການກຽມພ້ອມຮັບມືກັບໄພພິບັດ, ຊົງດຳເນີນໂຄງການໃນພະລາຊະດຳລິໂດຍໃຫ້ຄວາມສຳຄັນແກ່ເຍົາວະຊົນ ແລະ ເດັກນ້ອຍ, ຊົງເສີມສ້າງຄວາມເປັນຢູ່ທີ່ດີຂອງປະຊາຊົນ ແລະ ຊົງສະໜັບສະໜູນການມີສ່ວນຮ່ວມສະແດງຄວາມຄິດເຫັນຂອງປະຊາຊົນຕາມວິຖີປະຊາທິປະໄຕ. ພ້ອມກັນນີ້ ຍັງໄດ້ທູນເກົ້າຯ ຖວາຍປະລິນຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ສາຂາວິຊາສັງຄົມວິທະຍາ ແລະ ມານຸດວິທະຍາ ແດ່ສົມເດັດພະລາຊິນີ ເຈຈຸນ ປັດມາ ວັງຊຸກ ເມື່ອວັນທີ 22 ທັນວາ 2568 ນະ ຫໍປະຊຸມຈຸລາລົງກອນມະຫາວິທະຍາໄລ.
ສະເດັດຂຶ້ນຄອງລາດ
ສົມເດັດພະຣາຊາທິບໍດີ ຈິກເມ ເຊັງເກ ວັງຊຸກ ພະບໍຣົມມະລາຊະຊົນນົກກະນາດ (ພະລາຊະບິດາ) ຊົງສະລະລາຊະສົມບັດພະລາຊະທານໃຫ້ແກ່ ເຈົ້າຊາຍ ຈິກເມ ເຄຊາ ນຳເກຍລ ວັງຊຸກ ລັດຊະທາຍາດ. ພະອົງໄດ້ສະເດັດຂຶ້ນຄອງລາດເມື່ອວັນທີ 16 ທັນວາ ພ.ສ. 2549 ໂດຍມີພະລາຊະດຳລິໃນການປ່ຽນແປງການປົກຄອງ ຈາກລະບອບສົມບູລະນາຍາສິດທິລາດ ມາເປັນລະບອບປະຊາທິປະໄຕ ແລະ ໄດ້ຊົງບຳເພັນພະລາຊະກໍລະນີຍະກິດຢ່າງທຳອິດດ້ວຍການພະລາຊະດຳລັດເນື່ອງໃນໂອກາດວັນຊາດຂອງພູຖານ. ຫຼັງຈາກນັ້ນປະມານສອງປີ, ໃນວັນທີ 6 ພະຈິກ ພ.ສ. 2551 ພະອົງໄດ້ປະກອບພິທີບໍຣົມມະລາຊະພິເສກເປັນພະມະຫາກະສັດຢ່າງເປັນທາງການ ນະ ພະລາຊະວັງໃນກຸງທິມພູ.
ພະລາຊະພິທີບໍຣົມມະລາຊະພິເສກ
ໃນວັນທີ 6 ພະຈິກ ພ.ສ. 2551 ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງເຂົ້າພະລາຊະພິທີລາຊາພິເສກ ພາຍໃນພະລາຊະວັງທາຊິໂຊຊອງ ໃນເມືອງທິມພູ ໂດຍສົມເດັດພະຣາຊາທິບໍດີ ຈິກເມ ເຊັງເກ ວັງຊຸກ ຊົງເປັນຜູ້ປະກອບພະລາຊະພິທີ ໂດຍພະລາຊະທານມົງກຸດໄໝສີແດງດຳແດ່ພະອົງ ນອກຈາກນີ້ຍັງມີທ່ານນາງ ຊອນຢາ ຄານທີ ປະທານລັດຖະສະພາຂອງອິນເດຍ ເຂົ້າຮ່ວມໃນພິທີດ້ວຍ. ທັງນີ້ ພະອົງໄດ້ສືບບັນລັງເປັນພະມະຫາກະສັດລັດຊະການທີ 5 ແຫ່ງລາຊະວົງວັງຊຸກ ດ້ວຍພະຊົນມະພັນສາພຽງ 28 ພັນສາ ແລະ ຊົງປົກຄອງປະເທດດ້ວຍລະບອບປະຊາທິປະໄຕ.
ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງສະຫຼອງພະອົງສີແດງຄຳ ທີ່ເປັນຊຸດຄຸມຍາວປິດຫົວເຂົ່າອັນຮຽກກັນວ່າ "ໂຄ" (Gho) ຊຶ່ງແມ່ນເຄື່ອງແຕ່ງກາຍປະຈຳຊາດຂອງຊາຍຊາວພູຖານ. ປະທັບບົນບັນລັງຄຳ ພະພັກເຄັ່ງຂຶມ ແຕ່ກໍຊົງແຍ້ມພະສວນເລັກນ້ອຍ ຂະນະຊົງຮັບເຄື່ອງຖວາຍແດ່ສົມເດັດພະຣາຊາທິບໍດີອົງໃໝ່ ແລະ ສິ່ງສັກສິດ ແລະ ຍັງມີພະບໍຣົມມະລາຊະໂອວາດ ພະລາຊະທານແກ່ພະສົກນິກອນຫຼາຍພັນຄົນທີ່ມາເຝົ້າທູນລະອອງທຸລີພະບາດ ໃນຕອນບ່າຍຂອງວັນດຽວກັນວ່າ: "ຂ້າພະເຈົ້າບໍ່ຕ້ອງການສິ່ງໃດ" "ສິ່ງທີ່ສຳຄັນສຳລັບຂ້າພະເຈົ້າແມ່ນຄວາມຫວັງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ພະຊົນມາຍຸອັນຍືນຍາວ ພ້ອມທັງພະລານາມໄມອັນແຂງແຮງສຳລັບສົມເດັດພະລາຊະບິດາ ຈິກເມ ເຊັງເກ ວັງຊຸກ ຂອງຂ້າພະເຈົ້າ" "ໃນໂອກາດອັນພິເສດຍິ່ງນີ້ ຂໍໃຫ້ຮ່ວມກັນສວດມົນ ແລະ ອະທິຖານຂໍໃຫ້ແສງຕາເວັນອັນຮຸ່ງເຮືອງແຫ່ງຄວາມສຸກ ສາດສ່ອງລົງມາຍັງປະເທດຊາດຂອງພວກເຮົາສະເໝີໄປ".
ນອກຈາກປະຊາຊົນຫຼາຍພັນຄົນທີ່ມາລວມຕົວກັນຖວາຍພະພອນໄຊມົງຄຸນ ແດ່ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊຶ່ງປະກອບພະລາຊະພິທີບໍຣົມມະລาຊະພິເສກແລ້ວ ຍັງມີແຂກຄົນສຳຄັນທີ່ຮ່ວມໃນພິທີດັ່ງກ່າວຄື: ປະທານາທິບໍດີ ປະຕິພາ ປາຕິລ ແຫ່ງອິນເດຍ ແລະ ທ່ານນາງ ໂຊເນຍ ຄານທີ ນັກການເມືອງຄົນສຳຄັນຂອງອິນເດຍ ພ້ອມດ້ວຍບຸດຕາ-ບຸດຕີ ເນື່ອງຈາກຄອບຄົວຄານທີນັ້ນ ມີຄວາມສະໜິດສະໜົມກັບລາຊະວົງພູຖານເປັນຢ່າງດີ.
ຊີເອັນເອັນ (CNN) ໄດ້ລາຍງານຂ່າວການສະເຫຼີມສະຫຼອງພະລາຊະພິທີບໍຣົມມະລາຊະພິເສກນີ້ ໂດຍລະບຸວ່າ ມີການຮ່ວມສະເຫຼີມສະຫຼອງຕາມທ້ອງຖະໜົນ, ຫລິ້ນດົນຕີ, ມີການປະດັບປະດາດອກໄມ້ຕາມສູນຕ່າງໆ ເພື່ອສະແດງການສະເຫຼີມສະຫຼອງໃນໂອກາດທີ່ມີກະສັດພະອົງໃໝ່ ຕະຫຼອດຈົນມີການລາຍງານເຖິງຄວາມຮູ້ສຶກຂອງພະສົກນິກອນຊາວພູຖານ ທີ່ຕ່າງສະແດງຄວາມດີໃຈ ແລະ ສະເືອນໃຈໃນການສະລະລາຊະສົມບັດຢ່າງກະທັນຫັນຂອງພະລາຊະບິດາໄປພ້ອມໆກັນ.
ຊີວິດສ່ວນພະອົງ
ໃນວັນທີ 20 ພຶດສະພາ ພ.ສ. 2554 ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ໄດ້ຊົງປະກາດໝັ້ນກັບ ເຈຈຸນ ປັດມາ ຊຶ່ງແມ່ນຍິງສາວສາມັນຊົນ ໂດຍທັງສອງພະອົງໄດ້ອະພິເສກສົມລົດໃນເດືອນຕຸລາ ພ.ສ. 2554.
ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງປະກອບພະລາຊະພິທີລາຊາພິເສກສົມລົດກັບ ສົມເດັດພະລາຊິນີ ເຈຈຸນ ປັດມາ ວັງຊຸກ ເມື່ອວັນທີ 13 ຕຸລາ ພ.ສ. 2554 ຈັດຂຶ້ນນະ ມົນທົນພູນາຄາ ປະເທດພູຖານ. ທັງສອງພະອົງມີພະລາຊະໂອລົດ 2 ພະອົງ ແລະ ພະລາຊະທິດາ 1 ພະອົງ ໄດ້ແກ່:
ເຈົ້າຊາຍ ຈິກເມ ນຳເກຍລ ວັງຊຸກ (ປະສູດ 5 ກຸມພາ ພ.ສ. 2559)
ເຈົ້າຊາຍ ຈິກເມ ອຸກເຍນ ວັງຊຸກ (ປະສูດ 19 ມີນາ ພ.ສ. 2563)
ເຈົ້າຍິງ ໂຊນຳ ຢັງເດນ ວັງຊຸກ (ປະສູດ 9 ກັນຍາ ພ.ສ. 2566)
ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ແລະ ພະພຸດທະສາສະໜາ
ພະພຸດທະສາສະໜານິກາຍມະຫາຍານ (ວັດຊະລະຍານ) ແມ່ນສາສະໜາປະຈຳຊາດຂອງພູຖານ ແລະ ມີບົດບາດສຳຄັນຢ່າງຍິ່ງຕໍ່ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ. ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຊົງເປັນອັກຄະລະສາສະນູປະຖຳພົກ ທີ່ຊົງໃຫ້ຄວາມສຳຄັນໃນການທຳນຸບຳລຸງ ແລະ ສືບສານພະພຸດທະສາສະໜາໃຫ້ໝັ້ນຄົງຄູ່ກັບຊາດພູຖານສະເໝີມາ.
ການສືບສານພະລາຊະປະເພນີ: ໃນທຸກໆປີ ພະອົງຈະສະເດັດພະລາຊະດຳເນີນໄປຊົງບຳເພັນພະລາຊະກຸສົນ ຕາມວັດວາອາຮາມ ແລະ ສະຖານທີ່ສັກສິດທົ່ວປະເທດ ໂດຍສະເພາະໃນວັນສຳຄັນທາງສາສະໜາ ເພື່ອເປັນສັນຍະລັກແຫ່ງຄວາມສັດທາ ແລະ ເປັນແບບຢ່າງໃຫ້ແກ່ພະສົກນິກອນ.
ພະພຸດທະສາສະໜາກັບຄວາມສຸກມວນລວມປະຊາຊາດ (GNH): ພະອົງຊົງນຳຫຼັກທຳທາງພະພຸດທະສາສະໜາ ມາເປັນຮາກຖານຂອງແນວຄິດ "ຄວາມສຸກມວນລວມປະຊາຊາດ" ໂດຍເນັ້ນການພັດທະນາປະເທດທີ່ສົມດຸນລະຫວ່າງ ວັດຖຸ ແລະ ຈິດໃຈ, ການມີເມດຕາທຳ ແລະ ການຮັກສາສິ່ງແວດລ້ອມ ຊຶ່ງຖືເປັນການສ້າງບຸນກຸສົນອັນຍິ່ງໃຫຍ່ຕໍ່ສັບພະສັດ.
ການສະໜັບສະໜູນຄະນະສົງ: ພະອົງຊົງໃຫ້ຄວາມສຳຄັນແກ່ "ເຊໂຄ (Je Khenpo)" ຫຼື ສັງຄະລາດແຫ່ງພູຖານ ແລະ ຄະນະສົງ (Dratshang Lhentshog) ໂດຍຊົງສະໜັບສະໜູນການສຶກສາພະທຳວິໄນ ແລະ ການບູລະນະປະຕິສັງຂອນ "ຊອງ (Dzong)" ຊຶ່ງແມ່ນປ້ອມປາການທີ່ເປັນທັງສູນກາງການປົກຄອງ ແລະ ວັດວາອາຮາມໃນແຫ່ງດຽວກັນ.
ການສ້າງຄວາມສະຫງົບສຸກ: ພະອົງມັກຈະຊົງເນັ້ນຍ້ຳໃນພະລາຊະດຳລັດສະເໝີວ່າ ພະພຸດທະສາສະໜາບໍ່ໄດ້ເປັນພຽງແຕ່ພິທີກຳ ແຕ່ແມ່ນການຝຶກຈິດໃຈໃຫ້ມີສະຕິ, ຄວາມເມດຕາ ແລະ ຄວາມສາມັກຄີ ຊຶ່ງເປັນກຸນແຈສຳຄັນໃນການນຳພາປະເທດຊາດໄປສູ່ຄວາມສະຫງົບສຸກທີ່ຍືນຍົງ.
ທຳມະລາຊາ: ທັດສະນະ ແລະ ຜົນງານຂອງ ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ຕໍ່ກັບພະພຸດທະສາສະໜາ
ທ່າມກາງເທືອກເຂົາຫິມະລາຍ, ລາຊະອານາຈັກພູຖານຢືນຢັນໃນຖານະເປັນສູນກາງແຫ່ງພະພຸດທະສາສະໜານິກາຍວັດຊະລະຍານ ໂດຍມີພະມະຫາກະສັດຜູ້ຊົງເປັນທີ່ເຄົາລົບຮັກໃນຖານະ "ທຳມະລາຊາ". ສຳລັບ ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ແລ້ວ, ພະພຸດທະສາສະໜາເປັນຫຼາຍກວ່າສາສະໜາປະຈຳຊາດ ແຕ່ແມ່ນຈິດວິນຍານທີ່ສຳຄັນຂອງຊາດ ແລະ ເປັນເຂັມທິດສູງສຸດໃນການພັດທະນາປະເທດ. ທັດສະນະຂອງພະອົງແມ່ນການເນັ້ນຢ້ຳວ່າ ຄວາມກ້າວໜ້າໃນໂລກສະໄໝໃໝ່ຕ້ອງບໍ່ແລກມາດ້ວຍການສູນເສຍຄຸນຄ່າທາງຈິດໃຈ. ພະອົງຊົງສັ່ງສອນວ່າ ໃນຂະນະທີ່ໂຄງລ່າງພື້ນຖານ ແລະ ເຕັກໂນໂລຊີແມ່ນສິ່ງຈຳເປັນ, ແຕ່ສິ່ງເຫຼົ່ານັ້ນເປັນພຽງເຄື່ອງມືເທົ່ານັ້ນ, ແຕ່ຮາກຖານທີ່ແທ້ຈິງຂອງສັງຄົມທີ່ໝັ້ນຄົງແມ່ນຕັ້ງຢູ່ບົນ "ເຂັມທິດພາຍໃນ" ຂອງຄຸນຄ່າທາງພຸດທະທຳ ອັນໄດ້ແກ່ ສະຕິ, ຄວາມເມດຕາ ແລະ ການສະແຫວງຫາຄວາມສຸກສ່ວນລວມຫຼາຍກວ່າຄວາມໂລບສ່ວນຕົວ.
ຜົນງານຂອງພະອົງຕໍ່ກັບພະພຸດທະສາສະໜານັ້ນ ມີທັງໃນດ້ານຮູບປະທຳ ແລະ ດ້ານຈິດໃຈ. ພະອົງຊົງເປັນອັກຄະລະສາສະນູປະຖຳພົກທີ່ບໍ່ຮູ້ອິດເມື່ອຍ ໂດຍຊົງເບິ່ງແຍງການບູລະນະປະຕິສັງຂອນ "ຊອງ" ຫຼື ປ້ອມປາການເກົ່າແກ່ຢ່າງລະອຽດອໍ້ຊໍ້ ຊຶ່ງສະຖານທີ່ເຫຼົ່ານີ້ເປັນທັງສູນກາງທາງຈິດໃຈ ແລະ ການປົກຄອງຂອງທຸກເມືອງ. ໃນລັດຊະການຂອງພະອົງ, ການສຶກສາຂອງຄະນະສົງໄດ້ຮັບການປັບປຸງໃຫ້ທັນສະໄໝ ແລະ ຂະຫຍາຍຕົວຂຶ້ນ ເພື່ອຮັບປະກັນວ່າສາຍທຳແຫ່ງປັນຍາຈະຍັງຄົງມີຄວາມໝາຍຕໍ່ຄົນຮຸ່ນໃໝ່. ນອກຈາກສິ່ງກໍ່ສ້າງແລ້ວ, ວຽກງານທີ່ເລິກເຊິ່ງທີ່ສຸດຂອງພະອົງແມ່ນການນຳໃຊ້ປັດຊະຍາ "ຄວາມສຸກມວນລວມປະຊາຊາດ" (GNH). ການນຳເອົາຫຼັກທຳທາງພຸດທະສາສະໜາ ເຊັ່ນ ການຮັກສາສິ່ງແວດລ້ອມ ແລະ ຄວາມຍຸດຕິທຳທາງສັງຄົມ ເຂົ້າໃນນະໂຍບາຍແຫ່ງຊາດ ເປັນການສະແດງໃຫ້ໂລກເຫັນວ່າ ປະເທດໜຶ່ງສາມາດພັດທະນາໄປໄດ້ ໂດຍທີ່ຍັງຄົງຢຶດໝັ້ນໃນພະທຳຢ່າງເລິກເຊິ່ງ.
ນອກຈາກນີ້, ພະອົງຍັງຊົງເປັນແບບຢ່າງແຫ່ງ "ຄວາມເມດຕາຕໍ່ສັງຄົມ". ພະອົງຊົງເບິ່ງວ່າພະລາຊະກໍລະນີຍະກິດແມ່ນຮູບແບບໜຶ່ງຂອງການປະຕິບັດທຳ ໂດຍສະເດັດພະລາຊະດຳເນີນໄປຍັງເຂດຫ່າງໄກສອກຫຼີກຂອງພູຖານ ເພື່ອຊ່ວຍເຫຼືອຜູ້ສູງອາຍຸ, ຜູ້ເຈັບປ່ວຍ ແລະ ຜູ້ດ້ອຍໂອກາດ. ຄຳສອນຂອງພະອົງມັກຈະເຕືອນສະຕິຊາວພູຖານສະເໝີວ່າ ຄວາມເປັນພຸດທະສາສະນິກະຊົນທີ່ແທ້ຈິງບໍ່ໄດ້ຢູ່ພຽງແຕ່ການເຮັດພິທີກຳ ແຕ່ຢູ່ໃນວິທີທີ່ເຮົາປະຕິບັດຕໍ່ເພື່ອນມະນຸດດ້ວຍກັນ. ໃນເວທີສາກົນ, ພະອົງໄດ້ກາຍເປັນສຽງແຫ່ງສັນຕິພາບ ໂດຍສະໜັບສະໜູນໃຫ້ໂລກຂັບເຄື່ອນດ້ວຍ "ຄວາມສະຫງົບພາຍໃນ" ແທນທີ່ຈະແມ່ນຄວາມຂັດແຍ້ງ. ດ້ວຍການນຳພາຂອງພະອົງ, ພະພຸດທະສາສະໜາໃນພູຖານຈຶ່ງຍັງຄົງເປັນທຳມະທີ່ມີຊີວິດ ຊຶ່ງພ້ອມທີ່ຈະມອບແນວທາງແຫ່ງຄວາມສົມດຸນ ແລະ ປັນຍາໃຫ້ແກ່ໂລກທີ່ກຳລັງວຸ່ນວາຍໃນປັດຈຸບັນ.
ການຍອມຮັບໃນລະດັບສາກົນ ແລະ ລາງວັນທາງພະພຸດທະສາສະໜາ
ຕະຫຼອດໄລຍະເວລາແຫ່ງການຄອງລາດ, ສົມເດັດພະຣາຊາທິບໍດີ ຈິກເມ ເຄຊາ ນຳເກຍລ ວັງຊຸກ ໄດ້ຮັບການຍອມຮັບຈາກສະຖາບັນທາງສາສະໜາ ແລະ ວິຊາການໃນລະດັບສາກົນ ຫຼາຍແຫ່ງ ສໍາລັບຄວາມທຸ້ມເທຂອງພະອົງໃນການທຳນຸບຳລຸງພະທຳ ແລະ ການນຳເອົາຄຸນຄ່າທາງຈິດໃຈມາປະສົມປະສານເຂົ້າໃນການບໍລິຫານປະເທດ. ລາງວັນໜຶ່ງທີ່ສຳຄັນຍິ່ງຄື "ລາງວັນສັນຕິພາບສາກົນ" (Universal Peace Award)ແລະ ນາມມະຍົດກິດຕິມະສັກຕ່າງໆ ຈາກອົງກອນພຸດທະສາສະໜາທົ່ວໂລກ. ລາງວັນເຫຼົ່ານີ້ເປັນການຍົກຍ້ອງບົດບາດຂອງພະອົງໃນຖານະ "ອັກຄະລະສາສະນູປະຖຳພົກ" ພະມະຫາກະສັດຜູ້ຊົງປະສົບຜົນສຳເລັດໃນການສ້າງຄວາມສົມດຸນລະຫວ່າງການເປັນຜູ້ນຳປະຊາທິປະໄຕສະໄໝໃໝ່ ກັບການຮັກສາຮີດຄອງປະເພນີທາງຈິດໃຈອັນເກົ່າແກ່ຂອງພະພຸດທະສາສະໜານິກາຍວັດຊະລະຍານ.
ນອກຈາກນີ້, ພະອົງຍັງໄດ້ຮັບກຽດຕິຍົດໃນຖານະຜູ້ນຳທີ່ສົ່ງເສີມປັດຊະຍາ "ຄວາມສຸກມວນລວມປະຊາຊາດ" (GNH) ເຊິ່ງປະຊາຄົມພຸດທະສາສະໜາສາກົນຈຳນວນຫຼາຍເບິ່ງວ່າ ແມ່ນການນຳເອົາຄຳສອນຂອງພະພຸດທະເຈົ້າ ເລື່ອງຄວາມສັນໂດດ ແລະ ການປ່ອຍວາງ ມາປະຍຸກໃຊ້ຢ່າງເປັນຮູບປະທຳໃນໂລກປັດຈຸບັນ. ໃນຫຼາຍໂອກາດ, ຜູ້ນຳທາງສາສະໜາທີ່ພົ້ນເດັ່ນ ເຊັ່ນ: ທ່ານ ດາໄລ ລາມະ ແລະ ສະພາພຸດທະສາສະໜາຕ່າງໆໃນອາຊີ ໄດ້ກ່າວຊົມເຊີຍພະອົງວ່າ ເປັນຜູ້ນຳທີ່ມີວິໄສທັດກວ້າງໄກ ຜູ້ຊົງອະນຸລັກຄວາມສັກສິດຂອງມໍລະດົກທາງພຸດທະສາສະໜາ ພ້ອມທັງສ້າງສັງຄົມທີ່ຕັ້ງຢູ່ບົນພື້ນຖານຂອງຄວາມເມດຕາ, ຈັນຍາບັນດ້ານສິ່ງແວດລ້ອມ ແລະ ສັນຕິພາບສ່ວນລວມ. ການຍອມຮັບເຫຼົ່ານີ້ ບໍ່ແມ່ນພຽງແຕ່ລາງວັນສ່ວນພະອົງເທົ່ານັ້ນ ແຕ່ຍັງຖືເປັນການໃຫ້ກຽດແກ່ຊາດພູຖານທັງຊາດ ໃນຖານະທີ່ສາມາດຮັກສາເອກະລັກຂອງການເປັນອານາຈັກພຸດທະສາສະໜາແຫ່ງສຸດທ້າຍຂອງໂລກໄວ້ໄດ້ຢ່າງໝັ້ນຄົງ.
Jigme Khesar Namgyel Wangchuck
King of Bhutan
This name uses Bhutanese naming customs. Bhutanese people have one or two given names, neither of which is a surname or family name unless they are descended from royal or noble lineages.
Jigme Khesar Namgyel Wangchuck King of Bhutan
Reign: 9 December 2006 – present
Coronation: 6 November 2008
Predecessor: Jigme Singye Wangchuck
Heir apparent: Jigme Namgyel Wangchuck
Born: 21 February 1980 (age 46) Kathmandu, Nepal
Spouse: Jetsun Pema (m. 2011)
Issue: * Jigme Namgyel Wangchuck
Jigme Ugyen Wangchuck
Sonam Yangden Wangchuck
Dynasty: Wangchuck
Father: Jigme Singye Wangchuck
Mother: Tshering Yangdon
Religion: Drukpa Kagyu
Education: Wheaton College, Magdalen College, Oxford (MPhil)
Bhutanese royal family
Jigme Khesar Namgyel Wangchuck (born 21 February 1980) is the current King of Bhutan, reigning since 9 December 2006. A member of the Wangchuck dynasty, he is the eldest son of King Jigme Singye Wangchuck, and his third wife, Queen Tshering Yangdon. He received his early education in Bhutan before studying abroad in the United States and the United Kingdom, ultimately graduating from Wheaton College with a degree in politics.
His father abdicated the throne on 14 December 2006 after 34 years of rule, making Jigme Khesar the world's youngest reigning monarch at the time, aged 26. His formal coronation ceremony took place on 6 November 2008, coinciding with the centenary of Bhutan's monarchy. Since ascending the throne, he has overseen Bhutan's transition to a constitutional monarchy, including the adoption of the Constitution of Bhutan in 2008 and the country’s first parliamentary elections. He is widely recognized for his commitment to Gross National Happiness, the guiding principle of Bhutanese governance, and has championed policies on environmental conservation, youth empowerment, and international diplomacy, particularly strengthening ties with India and China.
In recent years, Jigme Khesar has promoted sustainable development initiatives, including the 2023 launch of Gelephu Mindfulness City, an economic hub emphasizing mindfulness and green innovation, supporting growth while maintaining Bhutan's carbon-negative status. This effort earned him recognition on the Time100 Climate list in 2024. He has further strengthened bilateral relations with India through high-level visits, including a December 2024 visit focused on energy partnerships and economic collaboration, and represented Bhutan at international events such as the coronation of King Charles III and Queen Camilla in 2023 and the funeral of former Indian prime minister Manmohan Singh in 2024. Domestically, he has promoted youth programs such as the Gyalsung National Service, whose first 2025 cohort completed training in June 2025, and has received honorary doctorates for contributions to creative and ethical development from Thammasat University in 2024 and Chiba Institute of Technology in 2025.
In 2011, he married Jetsun Pema, a commoner, in a traditional Buddhist ceremony. The couple has three children: Jigme Namgyel Wangchuck, Jigme Ugyen Wangchuck, and Sonam Yangden Wangchuck. As head of the Wangchuck dynasty, he continues the legacy of his predecessors, including his great-grandfather Ugyen Wangchuck, founder of modern Bhutan in 1907, and his grandfather Jigme Dorji Wangchuck, who initiated mid-20th-century modernization reforms.
Early life and education
Jigme Khesar Namgyel Wangchuck was born on 21 February 1980 at Kathmandu (maternity Hospital). He is the eldest son of the fourth Druk Gyalpo of Bhutan, Jigme Singye Wangchuck, and his third wife, Queen Ashi Tshering Yangdon. He has a younger sister, Princess Ashi Dechen Yangzom, and brother, Prince Gyaltshab Jigme Dorji, as well as four half-sisters and three half-brothe
rs. After completing his higher secondary studies at Yangchenphug High School, he was educated in the United States at Phillips Academy in Andover and at Cushing Academy in Ashburnham, where he finished high school. He then studied at Wheaton College in Massachusetts before completin
g the Diplomatic Studies Progra mme and an MPhil in politics at Magdalen College, Oxford. Crown Prince
The Crown Prince, popularly known to the people of Bhutan as 'Dasho Khesar', accompanied his father on his many tours throughout the kingdom to meet and speak to the people. He also officially represented Bhutan on severa
l international events. On 8 May 2002, he represented Bhutan at the 27th UN general assembly and made his first speech to the United Nations, addressing issues related to the welfare of millions of children around the world. He attended Thai King Bhumibol Adulyadej's 60th Anniversary Celebrations on 12–13 June 2006 in Bangkok along with royals from 25 countries. On 25 June 2002 the Crown Prince was awarded the Red Scarf by his father.
Trongsa Penlop
On 31 October 2004, Khesar was installed as the 16th Trongsa Penlop in Trongsa Dzong. The institution of the Trongsa Penlop, started by Zhabdrung Ngawang Namgyal in 1647, signifies the heritage to the Bhutanese Throne and the investiture ceremony of the Trongsa Penlop is the formal declaration of this status of the Crown Prince.
Accession to the throne
In December 2005, King Jigme Singye Wangchuck announced his intention to abdicate in his son's favour in 2008, and that he would begin handing over responsibility to him immediately. On 9 December 2006, the former king issued a Royal Edict announcing his abdication, and transferred the throne
to Jigme Khesar Namgyel Wangch uck, who was officially crowned on 6 November 2008, in Punakha. Religious ceremonies and public celebrations were also held at Tash ichho Dzong and Changlimithang Stadium in Thimphu. The coronation ceremony comprised an ancient and colourful ritual, attended by few selected foreign friends of the royal fami ly and dignitaries, including the then-President of India, Pratibha Patil. To welcome Khesar as king of Bhutan, people painted street signs, hung festive banners and decorated traffic circles with fresh flowers. He received white, yellow, red, green, and blue silk scarves.
Marriage and Royal Wedding
As he opened the session of parliament on Friday, 20 May 2011, the king announced his engagement to Jetsun Pema, born in Thimphu on 4 June 1990. They were married on 13 October 2011 in Punakha Dzong. The wedding was Bhutan's largest media event ever. The ceremony, held in traditional style with the "Blessings of the Guardian Deities", was held in Punakha, followed by a royal tour of the country. During the ceremony, the king also received the Phoenix Crown of the Druk Gyaltsuen (Dragon Queen) from the most sacred Machhen Temple of the Dzong, and crowned Jetsun Pema, then formally proclaiming her as queen consort.
Children
The King and Queen announced the arrival of their son Jigme Namgyel Wangchuck, who was born in Lingkana Palace in Thimphu, on 5 February 2016. Their second son was born in Lingkana Palace in Thimphu on 19 March 2020. On 30 June 2020, the Royal Family announced that the second Gyalsey had been named Jigme Ugyen Wangchuck. On
9 September 2023, the King announced that the Queen had given birth to their third child and only daughter a t the Lingkana Palace. The baby's name, Sonam Yangden Wangchuck, was announced on 9 December 2023. Reign and Democratisation
The young king began his reign overseeing the democratisation of Bhutan by presiding over the last sessions of the parliament where electoral laws, land reform and other important issues were debated. He said that the responsibility of this generation of Bhutanese was to ensure the success of democracy. He travel
ed extensively to explain and discuss the Draft Constitution of Bhutan with the people and to encourage participation in th e upcoming democratic exercises. He continues such visits, speaking mainly to young people on the need for Bhutanese to strive for hi gher standards in education, business, civil service, and the nee d for people of a small country to work harder than thos e of ot hers. On 17 February 2021, he signed the abolishment of anti-homosexuality laws into law, effectively decriminalising sam
e-sex activity in the kingdom, after the repeal of such laws had been approved by both houses in 2020. Tashi Tsheten, of the LGBT organisation Queer Voices of Bhutan, welcomed the king's decision as a milestone and expressed gratitude to the king and every politician involved in making the decriminalisation possible. Additionally, Tea Braun of the organisation Human Dign ity Trust said that Bhutan had made a "step forward" by legalising homosexual activity. Diplomacy
The king signed a new treaty of friendship with India in February 2007, replacing the treaty of 1949. Many government initiatives were undertaken by the new king with a view to strengthen the system in preparation for democratic changes in 2008. The Constitution of Bhutan was adopted on 18 July 2008 after legislation dictated that the National Council and the National
Assembly was to be elected democratically. Land reform
The king's first landmark project after his formal coronation was launching the National Cadastral Resurvey in March 2009, aimed at resolving long-standing issues of excess land that affect every Bhutanese household. A variation of land reform focuses on improving the lives of people living in remote an
d difficult areas, with the Rehabilitation Project. The pilot Rehabilitation Project at Khinadang in Pemagatshel was initiated in June 2011, and inaugurated by Prince Gyaltshab Jigme Dorji Wangchuck on 28 October 2014. The Project resettled people living in less accessible areas to villages, and provided them with basic amenities and services, as well as support in agriculture. The project saw tremendous success, and similar projects are in the pipeline in other parts of Bhutan. Kidu
One of the most important and ongoing works of the king involves Kidu, a tradition based on the rule of a Dharma king whose sacred duty is to care for his people. The people can access Kidu in several ways: by applying to the Office of the Royal Chamberlain, which accepts applications during working
hours; by sending applications through Dzongkhag Kidu Officers in every district, whose responsibility is to collect such applications as well as identify people who need help; and by appe aling to the king directly. To give the people the opportunity for direct appeal, the king on his numerous road trips across the country stops for every potential appellant along the road. There are several Kidu schemes designed to help certain groups of people, such as students unable to afford even the free education available in the country, elderly citizens, and those requiring medical treatment. The king has also continued the tradition of giving state land to landless farmers around the country. The ongoing project takes him to remote villages and communities. Kidu includes providing imme
diate assistance to victims of natural disasters. The king personally supervised the rebuilding efforts following major earthquakes and floods in 2009 and 2011. In 2012, the king gr
anted Nu.100 million from the Armed Forces to the Zhung Dratshang for the Dzong Reconstruction F und, as on 24 June, the historic Wangduephodrang Dzong was destroyed by fire. As Supreme Commander of the Armed Forces, he commanded the armed forces and De-Suups to the site immediately, and with help from dzongkhag officials and citizens, many things were saved from the fire. DeSuung Training Programme
The king initiated military-style training for volunteers known as the De-Suung Training Programme, DeSuung meaning "Guardians of Peace", in 2011, on the request of the youth. The programme aims to equip volunteers with the skill to provide assistance during emergencies, and has been hugely successful, with more than 3000 volunteers having completed their training and volunteering for public events and emergencies. Graduates of the program are known as DeSuups and wear orange jumpsuits. They live by the DeSuung Honour Code,
which is to "keep service to their nation before their own safety and comfort". Gyalsuung National Service
In December 2019, during the 112th National Day, the king announced the initiation of a one-year national service for all eighteen-year-olds, starting in 2024. The Gyalsuung training includes four months of military-style training and a nine-month educational course on agriculture, entrepreneurship, computers, coding, and health sciences. The first batch will start training in September 2024 for four months, and from second batch it will be a year-l
ong training, with 4 months of military training. Amnesty
The Constitution of Bhutan empowers the king to grant amnesty to prisoners. In 2014 he pardoned 45 prisoners who had been imprisoned for possessing an excessive amount of tobacco, following an amendment of the Tobacco Control Act of Bhutan 2010 by the Parliament of Bhutan, since the amended law could not be enforced retroactively,
and previous offenders who would not be liable now would still be tried under previous laws. The Royal Pardon was granted to those who were not repeat offenders and had good prison records. Economy
As of 2026, he planned to introduce capitalist economic reforms. This economic system is already called "Mindful Capitalism", which Tshering Tobgay also supports.
Public perception and popularity abroad
The "People's king", like his father, enjoys warm relations with India. He has visited India on several occasions, and was invited as the Chief Guest for India's 64th Republic Day celebrations in 2013.
Following his 2006 visit to Thailand as crown prince, the king has been popular in Thailand. The number of Thai tourists visiting Bhutan increased from 100 in 2006 to 700 in 2007.
In November 2011, the King and Queen Jetsun Pema made a state visit to Japan; they were the first state guests to Japan since the 2011 earthquake. It was reported that the Japanese were fascinated by the king and queen of Bhutan.
In Mar
ch 2015, the King and Queen were among the foreign dignitaries who attended the fun eral of Singapore's former Prime Minister Lee Kuan Yew. Also, the King and Queen attended the funeral of King Bhumibol Adulyadej of Thailand in October 2017 and the enthronement ceremony of Emperor Naruhito and
Empress Masako of Japan in October 2019. The King and Queen were also present at the 202
2 funeral of Queen Elizabeth II and the 2023 coronation of King Charles III. He is an alumnus of Magdalen College, Oxford. He has a large following of female fans in Thailand, where he was nicknamed 'Prince Charming' by the press.
Honorary degrees
King Jigme has been conferred the following honorary degrees:
Doctor of Laws from University of New Brunswick, Canada on 20 October 2005
Doctor of Philosophy, Politics and Economics from Rangsit University, Thailand, on 26 November 2006
Doctor of Law from University of Calcutta, India, on 9 October 2010
Doctor of Economics from Keio University, Japan, on 17 November 2011
Doctor of Environment and Natural Resources from Rajamangala University of Technology of Phra Nakhon (RMUTP), Thailand, on 12 November 2013
Doctor of Public Health from Naresuan University, Thailand, on 12 November 2013
Doctor of Arts in Public and Private Management from Christian University, Thailand, on 12 November 2013
Doctor in Buddhism from Maha Chulalongkorn Rajavidyalaya University, Thailand, on 19 June 2024
Doctor of Science in agriculture from Chiang Mai University, Thailand, on 19 June 2024
Doctor of Philosophy in Science for Sustainable Local Development from Chiang Mai Rajabhat University, Thailand, on 19 June 2024
Doctor of Science in Agricultural Extension from Khon Kaen University, Thailand, on 19 June 2024
Doctor of Philosophy in Social Sciences from Mae Fah Luang University, Thailand, on 19 June 2024
Doctor of Organic Agriculture Management from Maejo University, Thailand, on 19 June 2024
Doctor of Creative Development from Thammasat University, Thailand, on 19 June 2024
Doctor in Ethical Innovation and Global Responsibility from Chiba Institute of Technology, on 27 May 2025
His Majesty King Jigme Khesar Namgyel Wangchuck and Buddhism
Buddhism (specifically Mahayana Vajrayana) is the state religion of Bhutan and plays a central role in the nation’s identity, culture, and daily life. As the Druk Gyalpo (Dragon King), His Majesty King Jigme Khesar Namgyel Wangchuck serves as the supreme patron of the clergy and a devoted practitioner.
Upholding Spiritual Traditions: His Majesty frequently visits monasteries and sacred sites across the kingdom to offer prayers and participate in religious ceremonies. His presence at these events reinforces the deep-rooted spiritual connection between the monarchy and the people.
Buddhism and Gross National Happiness (GNH): The King champions the philosophy of GNH, which is deeply rooted in Buddhist values. This approach prioritizes collective well-being, compassion, and environmental stewardship over mere economic growth, reflecting the Buddhist principle of finding a middle path between material and spiritual development.
Support for the Monastic Body: His Majesty maintains a close relationship with the Je Khenpo (the Chief Abbot) and the Central Monastic Body. He provides significant support for the education of monks and nuns and oversees the preservation of Dzongs—ancient fortresses that serve as both religious centers and administrative hubs.
A Symbol of Dharma: The King is often viewed as a "Dharma King" (Chogyal), one who rules according to the teachings of the Buddha. In his addresses, he often emphasizes the importance of integrity, selflessness, and compassion, urging the Bhutanese people to practice these virtues to maintain national unity and peace.
The Golden Buddha: Under his patronage, significant religious landmarks have been completed, such as the Buddha Dordenma (Great Buddha Dordenma) in Thimphu, which symbolizes peace and serves as a testament to the enduring faith of the Bhutanese monarchy and its people.
The Dharma King: His Majesty King Jigme Khesar Namgyel Wangchuck’s Vision and Contributions to Buddhism
In the heart of the Himalayas, the Kingdom of Bhutan stands as a beacon of Vajrayana Buddhism, guided by a monarch who is often revered as a "Dharma King" (Chogyal). For His Majesty King Jigme Khesar Namgyel Wangchuck, Buddhism is far more than a state religion; it is the vital soul of the nation and the ultimate guide for its development. His Majesty’s vision centers on the belief that modern progress must never come at the expense of spiritual integrity. He teaches that while infrastructure and technology are necessary, they are merely tools, whereas the true foundation of a stable society lies in the "internal compass" of Buddhist values—mindfulness, compassion, and the pursuit of collective well-being over individual greed.
His Majesty’s contributions to Buddhism are both tangible and spiritual. He has been a tireless patron of the monastic body, overseeing the meticulous restoration of ancient Dzongs, which serve as the spiritual and administrative heart of every district. Under his reign, monastic education has been modernized and expanded, ensuring that the ancient lineage of wisdom remains relevant to younger generations. Beyond the physical structures, the King’s most profound work lies in the philosophy of Gross National Happiness (GNH). By embedding Buddhist principles like environmental stewardship and social equity into national policy, he has shown the world that a nation can pursue development while remaining deeply rooted in the Dhamma.
Furthermore, His Majesty embodies the principle of "Social Compassion." He views his royal duties as a form of spiritual practice, frequently traveling to the remotest corners of Bhutan to serve the elderly, the sick, and the vulnerable. His teachings often remind the Bhutanese people that true spirituality is not found in rituals alone, but in how one treats their fellow human beings. On the global stage, he has become a voice for peace, advocating for a world driven by "Inner Peace" rather than conflict. Through his leadership, Buddhism in Bhutan remains a living, breathing tradition that continues to offer a path of balance and wisdom in an increasingly chaotic world.
International Recognition and Buddhist Awards
Throughout his reign, His Majesty King Jigme Khesar Namgyel Wangchuck has been recognized by various international religious and academic institutions for his dedication to upholding the Dhamma and integrating spiritual values into national governance. One of the most significant honors is the "Universal Peace Award" and various titles of distinction from Buddhist organizations worldwide. These awards recognize his role as a "Constitutional Protector of the Dharma," a monarch who successfully balances modern democratic leadership with the ancient spiritual traditions of Vajrayana Buddhism.
His Majesty has also been honored for his role in promoting the philosophy of Gross National Happiness (GNH), which many international Buddhist communities view as the practical application of the Buddha’s teachings on contentment and non-attachment in the modern world. In many instances, prominent Buddhist leaders, including His Holiness the Dalai Lama and various Buddhist councils in Asia, have praised His Majesty as a visionary leader who preserves the sanctity of Buddhist heritage while fostering a society based on compassion, environmental ethics, and collective peace. These recognitions are not merely personal accolades but are seen as a tribute to the entire nation of Bhutan for maintaining its identity as the world's last standing Buddhist Kingdom.
Notice: We apologize for any missing information or linguistic inaccuracies as our website is currently undergoing updates and improvements. We appreciate your patience and understanding.
ໝາຍເຫດ: ຫາກຂໍ້ມູນມີຄວາມຂາດຕົກບົກພ່ອງ ຫຼື ມີຂໍ້ຜິດພາດໃນການໃຊ້ຄຳສັບ ຕ້ອງຂໍອະໄພມານະທີ່ນີ້ດ້ວຍ ເນື່ອງຈາກຢູ່ໃນຊ່ວງປັບປຸງ ແລະ ພັດທະນາເວັບໄຊ.




No comments:
Post a Comment