Maha Ghosananda - Savivanh.com

ຍອດນິຍົມ

https://www.blogger.com/blog/post/edit/243955749478655186/4289251467370269782

Post Top Ad

Post Top Ad

Friday, April 10, 2026

Maha Ghosananda


ພຣະມະຫາ ໂຄສານັນທະMaha Ghosananda

ຄານທີແຫ່ງກຳປູເຈຍ

ສົມເດັດ ພຣະມະຫາໂຄສະນັນທະ ຫຼື ມະຫາໂຄສະນັນທະ ແມ່ນພຣະພິກຂຸສົງເຖລະວາດຊາວກຳປູເຈຍ ຜູ້ທີ່ໄດ້ຮັບການເຄົາລົບນັບຖືຢ່າງສູງສຸດໃນຕຳແໜ່ງສົມເດັດພຣະສັງຄະຣາຊແຫ່ງປະເທດກຳປູເຈຍ ໃນໄລຍະປ່ຽນຜ່ານຈາກຍຸກຂະເໝນແດງໄປສູ່ຍຸກຫຼັງການປົກຄອງແບບຄອມມູນິດ. ມະຫາໂຄສະນັນທະ ໄດ້ອຸທິດຕົນເພື່ອເຜີຍແຜ່ພຣະພຸດທະສາສະໜາ ແລະ ເພື່ອສິດທິມະນຸດສະທຳ. ທ່ານໄດ້ສ້າງຕັ້ງວັດວາອາຮາມຕ່າງໆຢ່າງຫຼວງຫຼາຍ ລວມທັງການເຂົ້າຮ່ວມເປັນສ່ວນໜຶ່ງໃນການປະຊຸມສາສະໜາລະດັບຊາດ ແລະ ການເຈລະຈາສັນຕິພາບ. ນອກຈາກນັ້ນ, ທ່ານຍັງເປັນຜູ້ລິເລີ່ມໂຄງການລົນນະລົງຕໍ່ຕ້ານກັບລະເບີດ. ການເຄື່ອນໄຫວທີ່ໂດດເດັ່ນອັນເຮັດໃຫ້ທ່ານເປັນທີ່ຮູ້ຈັກກັນດີແມ່ນການເດີນຂະບວນ “ທຳມະຍາດຕາ” ດ້ວຍການໃຊ້ຫຼັກປັດຊະຍາອະຫິງສາ.

ເມື່ອຄັ້ງທີ່ທ່ານເດີນທາງໄປສຶກສາຕໍ່ໃນລະດັບປະຣິນຍາເອກ ທີ່ມະຫາວິທະຍາໄລນາລັນທາ, ລັດພິຫານ, ປະເທດອິນເດຍ, ທ່ານໄດ້ພົບກັບ ນິຊິດັດສຶ ຟູຈິ (Nichidatsu Fujii) ຜູ້ກໍ່ຕັ້ງພຸດທະນິກາຍ ນິບປອນຊັນ ເມຽວໂຮຈິ (Nipponzan Myohoji) ແຫ່ງປະເທດຍີ່ປຸ່ນ, ຜູ້ທີ່ເຄີຍໄດ້ຮ່ວມງານກັບມະຫາຕະມະ ຄານທີ. ສິ່ງນີ້ເຮັດໃຫ້ມະຫາໂຄສະນັນທະ ໄດ້ຮຽນຮູ້ຫຼັກປັດຊະຍາອະຫິງສາ (non-violent activism) ຂອງມະຫາຕະມະ ຄານທີ. ແລະ ໃນປີ ພ.ສ 2508 (ຄ.ສ 1965), ທ່ານໄດ້ເດີນທາງມາຍັງປະເທດໄທ ເພື່ອສຶກສາພຸດທະທຳກັບ ທ່ານພຸດທະທາດ ພິກຂຸ, ຜູ້ມີຊື່ສຽງໂດ່ງດັງທາງດ້ານການເຜີຍແຜ່ພະພຸດທະສາສະໜາສູ່ສັງຄົມ. ຢ່າງໃດກໍຕາມ, ມະຫາໂຄສະນັນທະ ກໍໄດ້ຮັບສົມຍານາມວ່າ “ຄານທີແຫ່ງກຳປູເຈຍ” (Gandhi of Cambodia) ແລະ “ພະພຸດທະເຈົ້າແຫ່ງສະໜາມຮົບ” (Buddha of the Battlefield) ອັນເນື່ອງມາຈາກຄວາມສະຫງົບເຢືອກເຢັນ, ສະຕິປັນຍາ ແລະ ຄວາມເມດຕາກະລຸນາຂອງທ່ານ ຊຶ່ງເປັນຜົນມາຈາກການຈະເລີນຈິດຕະພາວະນາຈາກພາຍໃນ.

ບົດບາດດ້ານພຣະພຸດທະສາສະໜາເພື່ອສັງຄົມ: ທຳມະຍາດຕາເພື່ອສັນຕິພາບ

ເມື່ອລະບອບການປົກຄອງຂອງ ພົນ ພົດ (Pol Pot regime) ສິ້ນສຸດລົງໃນປີ ພ.ສ 2522 (ຄ.ສ 1979), ມະຫາໂຄສະນັນທະ ແມ່ນໜຶ່ງໃນພຣະສົງ 3,000 ຮູບ ຈາກຈຳນວນ 60,000 ຮູບ ທີ່ຍັງມີຊີວິດລອດ. ຫຼັງຈາກນັ້ນ, ທ່ານໄດ້ສ້າງວັດວາອາຮາມຕ່າງໆ ຢູ່ຕາມຄ້າຍຜູ້ອົບພະຍົບ ລວມທັງການບວດພຣະພິກຂຸສົງຢູ່ບໍລິເວນຊາຍແດນ ໄທ-ກຳປູເຈຍ. ໂດຍສະເພາະຢ່າງຍິ່ງແມ່ນ ຂະບວນທຳມະຍາດຕາເພື່ອສັນຕິພາບທົ່ວພາກພື້ນກຳປູເຈຍ ທີ່ຈັດຂຶ້ນເປັນປະຈຳທຸກປີ, ເລີ່ມຕັ້ງແຕ່ປີ ພ.ສ 2535 ຫາ ປີ ພ.ສ 2541 (ຄ.ສ 1992 ຫາ ຄ.ສ 1998) ເປັນເວລາຕິດຕໍ່ກັນ 7 ປີ ແລະ ເປັນໄລຍະທາງໄກເຖິງ 1 ລ້ານກິໂລແມັດ. ນີ້ຖືເປັນການເຄື່ອນໄຫວທີ່ມີບົດບາດຢ່າງຍິ່ງໃນການເຜີຍແຜ່ພຣະພຸດທະສາສະໜາສູ່ສັງຄົມ. ທຳມະຍາດຕາທັງ 9 ຄັ້ງ ล้วນມີຄວາມໜ້າສົນໃຈ ແລະ ມີຄວາມແຕກຕ່າງກັນດັ່ງນີ້:

ທຳມະຍາດຕາຄັ້ງທີ 1 ທຳມະຍາດຕາຄັ້ງທີ 1 ຈັດຂຶ້ນໃນປີ ພ.ສ 2535 (ຄ.ສ 1992) ເປັນປີທຳອິດທີ່ອົງການສະຫະປະຊາຊາດເຂົ້າມາໃຫ້ການສະໜັບສະໜູນຂໍ້ຕົກລົງສັນຕິພາບ. ທ່ານ ມະຫາໂຄສະນັນທະ ໄດ້ນຳພາການເດີນທຳມະຍາດຕາທົ່ວປະເທດກຳປູເຈຍ ເພື່ອຟື້ນຟູຄວາມຫວັງ ແລະ ສ້າງກຳລັງໃຈໃຫ້ແກ່ປະຊາຊົນກຳປູເຈຍ. ການເດີນຄັ້ງນີ້ເລີ່ມຕົ້ນຈາກບໍລິເວນຄ້າຍຜູ້ອົບພະຍົບຊາຍແດນປະເທດໄທ ໄປຍັງກຸງພະນົມເປັນ, ມີຜູ້ອົບພະຍົບຮ່ວມເດີນທາງກັບກຳປູເຈຍຈຳນວນ 350 ຄົນ ແລະ ໃນລະຫວ່າງທາງໄປກຸງພະນົມເປັນ ມີຜູ້ເຂົ້າຮ່ວມເພີ່ມຂຶ້ນເຖິງ 1,000 ຄົນ.

ທຳມະຍາດຕາຄັ້ງທີ 2 ທຳມະຍາດຕາຄັ້ງທີ 2 ເກີດຂຶ້ນໃນປີ ພ.ສ 2536 (ຄ.ສ 1993) ກ່ອນທີ່ຈະມີການເລືອກຕັ້ງພາຍໃຕ້ການກຳກັບຂອງສະຫະປະຊາຊາດ. ການເດີນເລີ່ມຈາກນະຄອນວັດ ໄປຍັງເມືອງສຽມຣາບ ຊຶ່ງເປັນເຂດທີ່ມີຄວາມຕຶງຄຽດລະຫວ່າງກຸ່ມຂະເໝນແດງ ກັບ ກອງກຳລັງຂອງລັດຖະບານ.

ທຳມະຍາດຕາຄັ້ງທີ 3 ທຳມະຍາດຕາຄັ້ງທີ 3 ເກີດຂຶ້ນໃນປີ ພ.ສ 2537 (ຄ.ສ 1994) ເປັນການເດີນທຳມະຍາດຕາໃນເຂດສົງຄາມທາງພາກຕາເວັນຕົກຂອງກຳປູເຈຍ. ມີຜູ້ເຂົ້າຮ່ວມເສຍຊີວິດ 2 ຄົນ ຄື ພຣະສົງ ແລະ ແມ່ຊີ ຈາກການຍິງປະທະກັນລະຫວ່າງທະຫານລັດຖະບານກັບກຸ່ມຂະເໝນແດງ. ຫຼັງສິ້ນສຸດການເດີນ, ທ່ານ ມະຫາໂຄສະນັນທະ ກ່າວວ່າ: “ແທ້ຈິງແລ້ວ ຄວາມຮຸນແຮງຄັ້ງນີ້ຄືເຫດຜົນທີ່ພວກເຮົາເດີນ”, “ການເດີນເພື່ອສັນຕິພາບຂອງພວກເຮົາເລີ່ມຕົ້ນໃນມື້ນີ້ ແລະ ທຸກໆມື້. ແຕ່ລະກ້າວທີ່ໄປຢ່າງຊ້າໆ ຄືການສວດມົນ, ແຕ່ລະກ້າວຄືການພາວະນາ ແລະ ແຕ່ລະກ້າວຈະສ້າງຂົວເຊື່ອມຕໍ່.”

ທຳມະຍາດຕາຄັ້ງທີ 4 ທຳມະຍາດຕາຄັ້ງທີ 4 ເກີດຂຶ້ນໃນປີ ພ.ສ 2538 (ຄ.ສ 1995) ເລີ່ມເດີນທາງຈາກຊາຍແດນໄທ ໄປຍັງເມືອງສະເວຣຽງ (Svay Rieng) ທີ່ຕິດກັບຊາຍແດນຫວຽດນາມ. ທຳມະຍາດຕາຄັ້ງນີ້ເນັ້ນໃສ່ເລື່ອງການຕໍ່ຕ້ານກັບລະເບີດ ເພື່ອໃຫ້ປະຊາຊົນຫັນມາສົນໃຈກັບລະເບີດທີ່ມີຫຼາຍກວ່າ 10 ລ້ານໜ່ວຍໃນກຳປູເຈຍ ຊຶ່ງຄ່າຊີວິດຊາວນາ ແລະ ເດັກນ້ອຍຫຼາຍຮ້ອຍຄົນໃນແຕ່ລະປີ. ໃນລະຫວ່າງການເດີນທາງ ມີຊາວພຸດເຖິງ 20,000 ຄົນ ລົງນາມຕໍ່ຕ້ານກັບລະເບີດ. ທ່ານ ມະຫາໂຄສະນັນທະ ໄດ້ຂຽນໄວ້ໃນສານຂອງທ່ານທີ່ມີເຖິງລັດຖະມົນຕີວ່າ:

“ສັນຕິພາບມັກຈະຢູ່ທີ່ຈຸດທີ່ພວກເຮົາໄປຮອດ ແລະ ຈຸດທີ່ພວກເຮົາຈາກໄປ. ນີ້ຄືເຫດຜົນທີ່ພວກເຮົາຕ້ອງເດີນຢູ່ສະເໝີ ເທື່ອລະກ້າວ ເທື່ອລະກ້າວ ໂດຍບໍ່ເຄີຍທໍ້ຖອຍ. ປັນຍາຈະເປັນອາວຸດຂອງພວກເຮົາ, ເມດຕາກະລຸນາຈະເປັນລູກກະສຸນຂອງພວກເຮົາ, ສະຕິຈະເປັນເກາະກຳບັງຂອງພວກເຮົາ. ພວກເຮົາຈະເດີນຈົນກວ່າປະເທດກຳປູເຈຍ ແລະ ໂລກທັງມວນຈະມີສັນຕິພາບ.”

ທຳມະຍາດຕາຄັ້ງທີ 5 ໃນປີ ພ.ສ 2539 (ຄ.ສ 1996) ການເດີນຄັ້ງນີ້ມຸ່ງເນັ້ນໃສ່ບັນຫາການຕັດໄມ້ທຳລາຍປ່າ. ມີປະຊາຊົນເຂົ້າຮ່ວມ 700 ຄົນ ເດີນຜ່ານບາງແຂວງທີ່ມີການຕັດໄມ້ທຳລາຍປ່າຫຼາຍທີ່ສຸດ. ລະຫວ່າງການເດີນທາງ ຜູ້ເຂົ້າຮ່ວມໄດ້ຊ່ວຍກັນປູກປ່າເຖິງ 2,000 ຕົ້ນ. ທ່ານ ມະຫາໂຄສະນັນທະ ມັກຈະສົນທະນາທຳກັບຊາວບ້ານ ແລະ ສະໜັບສະໜູນໃຫ້ພວກເຂົາ “ກຳຈັດກັບລະເບີດແຫ່ງຄວາມໂກດອອກຈາກໃຈ”. ທ່ານກ່າວວ່າ: “ເມື່ອພວກເຮົາເຄົາລົບສິ່ງແວດລ້ອມ ທຳມະຊາດກໍຈະດີຕໍ່ພວກເຮົາ. ຕົ້ນໄມ້ກໍຄືກັບມານດາບິດາຂອງພວກເຮົາ ພວກມັນລ້ຽງດູພວກເຮົາ ໃຫ້ທຸກຢ່າງແກ່ພວກເຮົາ ທັງໝາກ, ໃບ, ກິ່ງ ແລະ ລຳຕົ້ນ. ແຕ່ຖ້າພວກເຮົາທຳລາຍຕົ້ນໄມ້ ຝົນກໍຈະບໍ່ຕົກອີກຕໍ່ໄປ. ດັ່ງນັ້ນ, ທຳມະຍາດຕາກໍຄືການເຜີຍແຜ່ທຳເພື່ອປົກປ້ອງຕົວພວກເຮົາເອງ ແລະ ສິ່ງແວດລ້ອມ ຊຶ່ງກໍຄືທຳຂອງພຣະພຸດທະເຈົ້າ.”

ທຳມະຍາດຕາຄັ້ງທີ 6 ທຳມະຍາດຕາຄັ້ງທີ 6 ເກີດຂຶ້ນໃນປີ ພ.ສ 2540 (ຄ.ສ 1997) ຈັດຂຶ້ນເພື່ອສ້າງຄວາມປອງດອງລະຫວ່າງຂະເໝນແດງກັບກອງກຳລັງລັດຖະບານ. ທ່ານ ມະຫາໂຄສະນັນທະ ກະຕຸ້ນໃຫ້ມີການໃຫ້ອະໄພ ແລະ ຄວາມປອງດອງສຳລັບກຸ່ມຂະເໝນແດງທີ່ລະຖິ້ມຄວາມຮຸນແຮງ. ທ່ານໄດ້ໃຫ້ພອນ ແລະ ໃຫ້ອະໄພແກ່ ນາຍ ເອຽງ ຊາຣີ ຜູ້ນຳຂະເໝນແດງອາວຸໂສ ໂດຍກ່າວວ່າ: “ໃນພຣະພຸດທະສາສະໜາ ເມື່ອຄົນຮູ້ອາຊະຍາກຳຂອງຕົນ ແລະ ຂໍໂທດ ພຣະພຸດທະເຈົ້າຈະຍົກໂທດໃຫ້. ພຣະທຳຍ່ອມໃຫ້ອະໄພແກ່ຄົນທີ່ຫັນຫາທາງສະຫວ່າງ ແລະ ລະຖິ້ມການສູ້ຮົບ.” ການເດີນຄັ້ງນີ້ໃຊ້ເວລາ 3 ສັບປະດາ ຜ່ານສະຖານທີ່ທີ່ເຄີຍເປັນທີ່ໝັ້ນຂອງຂະເໝນແດງທັງໝົດ.

ທຳມະຍາດຕາຄັ້ງທີ 7-9 ໃນປີ ພ.ສ 2541 (ຄ.ສ 1998) ທ່ານໄດ້ເດີນຂະບວນທັງໝົດ 3 ຄັ້ງ ຄືຕັ້ງແຕ່ທຳມະຍາດຕາຄັ້ງທີ 7 ຈົນເຖິງຄັ້ງທີ 9 ທົ່ວປະເທດກຳປູເຈຍ. ຫຼັງຈາກນັ້ນເປັນຕົ້ນມາ ທ່ານກໍບໍ່ໄດ້ເຂົ້າຮ່ວມຂະບວນທຳມະຍາດຕາອີກ ເນື່ອງຈາກບັນຫາດ້ານສຸຂະພາບ.


ບົດສະຫຼຸບ (Conclusion)

ເມື່ອປະເທດກຳປູເຈຍເຜີນໜ້າກັບບັນຫາວິກິດການທາງສັງຄົມ ແລະ ການເມືອງທີ່ມີຮາກຖານມາຈາກຄວາມຮຸນແຮງ, ຫຼັກທຳຄຳສັ່ງສອນໃນພຣະພຸດທະສາສະໜາກໍໄດ້ສະແດງໃຫ້ເຫັນເຖິງບົດບາດອັນສຳຄັນໃນການແກ້ໄຂບັນຫາເຫຼົ່ານັ້ນ ພາຍໃຕ້ການນຳພາຂອງ “ມະຫາໂຄສະນັນທະ” ຜູ້ເຜີຍແຜ່ຫຼັກຄຳສອນຂອງພຣະຜູ້ມີພຣະພາກເຈົ້າສູ່ສັງຄົມ. ດ້ວຍເຫດນີ້, ມະຫາໂຄສະນັນທະ ຈຶ່ງເປັນທັງຜູ້ນຳທາງຈິດວິນຍານ, ຜູ້ສ້າງສັນຕິພາບ ແລະ ຜູ້ນຳການເດີນຂະບວນເພື່ອຍຸຕິຄວາມຮຸນແຮງ ດ້ວຍຄຳສອນທີ່ລຽບງ່າຍ ແລະ ປາສະຈາກຕົວຕົນ, ດ້ວຍຄວາມເມດຕາກະລຸນາທີ່ໄຮ້ພົມແດນ ແລະ ດ້ວຍມຸມມອງແຫ່ງສັນຕິພາບ ດັ່ງທີ່ທ່ານໄດ້ກ່າວໄວ້ວ່າ:

ຄວາມທຸກໄດ້ຢັ່ງຮາກເລິກລົງສູ່ປະເທດກຳປູເຈຍ ແຕ່ທວ່າ, ຄວາມທຸກນີ້ກໍ່ເກີດ ຄວາມເມດຕາກະລຸນາອັນຍິ່ງໃຫຍ່ຄວາມເມດຕາກະລຸນາອັນຍິ່ງໃຫຍ່ສັນສ້າງ ສັນຕິພາບໃນໃຈ

ສັນຕິພາບໃນໃຈສັນສ້າງ ສັນຕິພາບແຫ່ງປັດເຈກບຸກຄົນ 

ສັນຕິພາບແຫ່ງປັດເຈກບຸກຄົນສັນສ້າງ ສັນຕິພາບແຫ່ງຊຸມຊົນ 

ສັນຕິພາບແຫ່ງຊຸມຊົນສັນສ້າງ ສັນຕິພາບແຫ່ງປະເທດຊາດ 

ສັນຕິພາບແຫ່ງປະເທດຊາດສັນສ້າງ

 ສັນຕິພາບແຫ່ງໂລກ ຂໍສັບພະຊີວິດຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ ແລະ ມີສັນຕິພາບ

ການຟື້ນຟູຄວາມຫວັງຂອງປະຊາຊົນ ແລະ ຫຼັກການອະຫິງສາ ລວມທັງການລົນນະລົງຕໍ່ຕ້ານກັບລະເບີດ, ການລົນນະລົງປູກປ່າທົດແທນ ຕະຫຼອດຮອດການສ້າງຄວາມປອງດອງ ແລະ ອື່ນໆ ລ້ວນແຕ່ແມ່ນແນວທາງໃນການເຜີຍແຜ່ພຣະພຸດທະສາສະໜາເພື່ອສັງຄົມ ຊຶ່ງສະແດງໃຫ້ໂລກໄດ້ປະຈັກວ່າ: ພຣະພຸດທະສາສະໜາທີ່ຄັ້ງໜຶ່ງເຄີຍສູນຫາຍໄປຈາກສັງຄົມກຳປູເຈຍ ໄດ້ກັບຄືນມາດ້ວຍຄວາມສະຫງົບສັນຕິຢ່າງແທ້ຈິງ.




The Gandhi of Cambodia

Samdech Preah Maha Ghosananda, or simply Maha Ghosananda, was a Cambodian Theravada Buddhist monk who was highly revered as the Supreme Patriarch of Cambodia during the transition from the Khmer Rouge era to the post-communist period. Maha Ghosananda dedicated his life to the propagation of Buddhism and the protection of human rights. He established numerous temples and actively participated in national religious summits and peace negotiations. Furthermore, he was a pioneer in anti-landmine campaigns. His most notable movement, which brought him international recognition, was the "Dhammayietra" (Dhamma Pilgrimage) peace walks, which were conducted based on the philosophy of non-violence (Ahimsa).

During his doctoral studies at Nalanda University in Bihar, India, he met Nichidatsu Fujii, the founder of the Nipponzan Myohoji Buddhist sect of Japan, who had previously worked with Mahatma Gandhi. This encounter allowed Maha Ghosananda to learn Mahatma Gandhi’s philosophy of non-violent activism. Later, in 1965 (B.E. 2508), he traveled to Thailand to study the Dhamma with Buddhadasa Bhikkhu, the renowned monk famous for his social engagement through Buddhist teachings. Consequently, Maha Ghosananda earned the titles "Gandhi of Cambodia" and "Buddha of the Battlefield" due to his profound serenity, wisdom, and compassion, all of which were the fruits of his deep internal spiritual cultivation and meditation.

The Role of Socially Engaged Buddhism: Dhammayietra for Peace

When the Pol Pot regime came to an end in 1979 (B.E. 2522), Maha Ghosananda was one of only 3,000 monks who survived out of a total of 60,000. Subsequently, he established various temples within refugee camps and conducted several ordinations of Buddhist monks along the Thai-Cambodian border. Most notably, he organized the annual "Dhammayietra" (Peace Walks) throughout Cambodia, which took place from 1992 to 1998. Spanning seven years and covering a total distance of approximately one million kilometers, this movement played a vital role in the propagation of socially engaged Buddhism. The nine Dhammayietra pilgrimages each hold unique significance, as detailed below:

The 1st Dhammayietra The first Dhammayietra was held in 1992, the same year the United Nations began supporting the peace agreement. Maha Ghosananda led the peace walk across Cambodia to restore hope and morale to the Cambodian people. The march began at refugee camps on the Thai border and headed toward Phnom Penh. Initially, 350 refugees joined the journey back to Cambodia, and by the time they reached Phnom Penh, the number of participants had grown to 1,000.

The 2nd Dhammayietra The second Dhammayietra took place in 1993, prior to the UN-supervised elections. The walk started from Angkor Wat and traveled to Siem Reap, passing through areas of high tension between the Khmer Rouge and government forces.

The 3rd Dhammayietra The third Dhammayietra occurred in 1994 and involved walking through war zones in western Cambodia. During this march, two participants—a monk and a nun—were killed in a crossfire between government troops and the Khmer Rouge. After the walk concluded, Maha Ghosananda remarked: "In truth, this violence is the very reason we walk." He added, "Our peace walk begins today and every day. Each slow step is a prayer; each step is a meditation; and each step builds a bridge."

The 4th Dhammayietra The fourth Dhammayietra took place in 1995, traveling from the Thai border to Svay Rieng province near the Vietnamese border. This pilgrimage focused on anti-landmine advocacy to raise public awareness about the more than 10 million landmines remaining in Cambodia, which claimed the lives of hundreds of farmers and children annually. During the march, 20,000 Buddhists signed a petition against landmines. In a message to government ministers, Maha Ghosananda wrote:

"Peace is often found at the point of our arrival and the point of our departure. This is why we must always keep walking, step by step, without ever becoming discouraged. Wisdom will be our weapon, compassion will be our ammunition, and mindfulness will be our shield. We will walk until Cambodia and the entire world have peace."

The 5th Dhammayietra In 1996, the peace walk focused on the issue of deforestation. Approximately 700 people participated, walking through provinces most affected by logging. During the journey, participants planted 2,000 trees. Maha Ghosananda frequently engaged in Dhamma talks with local villagers, encouraging them to "remove the landmines of anger from their hearts." He taught that: "When we respect the environment, nature is kind to us. Trees are like our parents; they nurture us and provide everything—fruit, leaves, and wood. If we continue to destroy them, the rain will no longer fall. Therefore, the Dhammayietra is the spreading of Dhamma to protect ourselves and our environment, which is the true teaching of the Buddha."

The 6th Dhammayietra The sixth Dhammayietra took place in 1997, aimed at fostering reconciliation between the Khmer Rouge and government forces. Maha Ghosananda urged forgiveness for those who renounced violence. He famously offered a blessing and forgiveness to Ieng Sary, a senior Khmer Rouge leader, stating: "In Buddhism, when one acknowledges their crimes and seeks atonement, the Buddha forgives. The Dhamma grants forgiveness to those who turn toward the light and cease all fighting." This walk lasted three weeks and passed through former Khmer Rouge strongholds.

The 7th - 9th Dhammayietra In 1998, the final three peace walks (the 7th through the 9th) were conducted across Cambodia. Following these missions, Maha Ghosananda ceased his participation in the Dhammayietra pilgrimages due to declining health.

Conclusion

When Cambodia faced social and political crises rooted in violence, the teachings of Buddhism proved to play a crucial role in resolving those issues under the leadership of Maha Ghosananda, who propagated the Buddha's teachings to society. In this light, Maha Ghosananda was a spiritual leader, a peacemaker, and a pioneer of the peace walks aimed at ending violence. He led with simple, selfless teachings, boundless compassion, and a vision of peace, as he once stated:

The suffering of Cambodia has been deep. From this suffering comes great compassion. From great compassion comes a peaceful heart.


A peaceful heart creates a peaceful person. A peaceful person creates a peaceful community. A peaceful community creates a peaceful nation. A peaceful nation creates a peaceful world. May all beings live together in happiness and peace.

The restoration of hope among the people, the principle of non-violence, the anti-landmine campaigns, the reforestation efforts, and the initiatives for national reconciliation—all of these represent a path for socially engaged Buddhism. These actions have shown the world that Buddhism, which had once vanished from Cambodian society, has truly returned through a path of authentic peace and tranquility.

No comments:

Post a Comment

Post Top Ad